VOV WorldVOV World
ປັບປຸງກົດໝາຍວ່າດ້ວຍທີ່ດິນເພື່ອຕອບສະໜອງ ຄວາມຕ້ອງການໃນການພັດທະນາຂອງປະເທດຊາດ
06/11/2013 10:36
ຮ່າງກົດໝາຍວ່າດ້ວຍທີ່​ດິນ​ສະບັບ​ປັບປຸງ ແມ່ນໜຶ່ງໃນເນື້ອໃນ 4 ປະການທີ່ພົ້ນເດັ່ນ ແລະ ມີຄວາມ ສຳຄັນໃນຫອງປະຊຸມສະໄໝສາມັນເທື່ອທີ 6 ສະພາແຫ່ງຊາດ ຫວຽດນາມຊຸດ​ທີ 13 ຊຶ່ງ​ພວມ​ຖືກ​ດຳ​ເນີນ​ຢູ່​ຮ່າ​ໂນ້ຍ
ປັບປຸງກົດໝາຍວ່າດ້ວຍທີ່ດິນເພື່ອຕອບສະໜອງ ຄວາມຕ້ອງການໃນການພັດທະນາຂອງປະເທດຊາດ
ທ່ານ​ລັດຖະມົນຕີ​ກະຊວງ​ຊັບ​ພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ​ຫວຽດນາມ ຫງວຽນ​ມິນ​ກວາງຕອບສຳພາດນັກຂ່າວກ່ຽວກັບ ຮ່າງກົດໝາຍວ່າດ້ວຍທີ່​ດິນ​ສະບັບ​ປັບປຸງ (ພາບ: http://www.toquoc.vn ) ຮ່າງກົດໝາຍວ່າດ້ວຍທີ່​ດິນ​ສະບັບ​ປັບປຸງ ແມ່ນໜຶ່ງໃນເນື້ອໃນ 4 ປະການທີ່ພົ້ນເດັ່ນ ແລະ ມີຄວາມ ສຳຄັນໃນຫອງປະຊຸມສະໄໝສາມັນເທື່ອທີ 6 ສະພາແຫ່ງຊາດ ຫວຽດນາມຊຸດ​ທີ 13 ຊຶ່ງ​ພວມ​ຖືກ​ດຳ​ເນີນ​ຢູ່​ຮ່າ​ໂນ້ຍ. ຄາດ​ວ່າ   ຮ່າງກົດໝາຍ ດັ່ງກ່າ​ວຈະ​ໄດ້​ຮັບ​ການ​ລົງ​ຄະ​ແນນ​ສຽງຮັບ​ຮອງ​ເອົາ​ຈາກ​ບັນດາ ສະມາຊິກສະພາ​ແຫ່ງ​ຊາດ(ສສຊ) ​ໃນ​ວັນ​ທີ 29/11 ​ເພື່ອ​ທົດ​ແທນ​ໃຫ້ ກົດໝາຍວ່າທີ່​ດິນປີ 2003 ​ແນ​ໃສ່​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃນ​ການ​ພັດທະນາ​ເສດຖະກິດ​ສັງຄົມ, ຍົກ​ສູງ​ປະສິດທິ​ຜົນ, ປະສິດທິພາບ​ການ​ຄຸ້ມ​ຄອງ​ລັດ​ກ່ຽວ​ກັບ​ທີ່​ດິນ​ກໍ​ຄື​ການ​ແກ້​ໄຂ​ບັນດາສິ່ງ​ທີ່​ຄ້າງ​ຄາ​ໃນ​ການ​ຄຸ້ມ​ຄອງ, ນຳ​ໃຊ້​ທີ່​ດິນ ​ແລະ ຫຼຸ​ດຜ່ອນ​ສະພາບ​ຮ້ອງທຸກ ຮ້ອງ​ຟ້ອງ​ໃນ​ຂົງ​ເຂດ​ນີ້.   
TAG
vov/vovworld/ກົດໝາຍວ່າດ້ວຍທີ່​ດິນ​

More