VOV WorldVOV World
Petro Vietnam ສືບຕໍ່ຂຸດຄົ້ນຊັບພະຍາກອນທະເລ ອັນລ້ຳຄ່າເພື່ອສ້າງຄວາມຮັ່ງມີໃຫ້ແກ່ປະເທດຊາດ
04/06/2014 06:56
ທ່ານເອກອັກຄະລັດຖະທູດຈີນປະຈຳອາເມລິກາ ​ໂທ​ຍທຽນ​ຂາຍ ເມື່ອ ບໍ່ດົນມານີ້ໄດ້ຕອບ ສຳພາດນັກຂ່າວ ຕ່າງປະເທດ, ຊຶ່ງໄດ້ແກ້ຄວາມແກ່ການ ກະທຳຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ຢ່າງ​ຜິດ​ກົດໝາຍ
Petro Vietnam ສືບຕໍ່ຂຸດຄົ້ນຊັບພະຍາກອນທະເລ ອັນລ້ຳຄ່າເພື່ອສ້າງຄວາມຮັ່ງມີໃຫ້ແກ່ປະເທດຊາດ    ທ່ານເອກອັກຄະລັດຖະທູດຈີນປະຈຳອາເມລິກາ ​ໂທ​ຍທຽນ​ຂາຍ ເມື່ອ ບໍ່ດົນມານີ້ໄດ້ຕອບ ສຳພາດ ນັກຂ່າວຕ່າງປະເທດ, ຊຶ່ງໄດ້ແກ້ຄວາມແກ່ການ ກະທຳຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ຢ່າງ​ຜິດ​ກົດໝາຍ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ​ວ່າ ບໍລິ​ເວນ​ທະ​ເລ​ນີ້, ຈີນ​ມີ​ຮ້ານ​ເຈາະ​ນ້ຳມັນພຽງຮ້ານ​ໜຶ່ງ​ເທົ່າ​ນັ້ນ, ​ໃນ​ຂະນະ​ທີ່​ຫວຽດນາມມີຮ້ານ​ເຈາະ​ນ້ຳມັນກວ່າ 30 ຮ້ານ. ຈີນ​ຍັງ​ຖື​ວ່າ ບັນດາຮ້ານ​ເຈາະ​ນ້ຳມັນຂອງ​ຫວຽດນາມ​ເຄື່ອນ​ໄຫວ​ໃນ​ບໍລິ​ເວນ​ທະ​ເລ​ທີ່​ມີ​ການ​ຂັດ​ແຍ້​ງ. ຫວຽດນາມ​ໄດ້​ກ່າວ​ປະຕິ​ເສດ​ຄຳ​ເວົ້າ​ທີ່​ບໍ່​ມີ​ຂໍ້​ອ້າງ​ອີງ​ນີ້ ​ເພາະ​ໃນ​ຕົວ​ຈິງ, ຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ​ແມ່ນ​ເຄື່ອນ​ໄຫວ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມຢ່າງ​ແທ້​ຈິງ. ຍິ່ງ​ກວ່າ​ນັ້ນ, ບັນດາ​ການ​ເຄື່ອນ​ໄຫວ​ສຳ​ຫຼວດ, ຂຸດ​ຄົ້ນ​ນ້ຳມັນ​ອາຍ​ແກັສຂອງ​ຫວຽດນາມ​ໃນ​ບໍລິ​ເວນ​ນີ້, ນັບ​ແຕ່​ກ່ອນ​ເປັນ​ຕົ້ນ​ມາ ກໍ​ລ້ວນ​ແຕ່​ປະຕິບັດ​ຕາມ​ກົດໝາຍ​ສາກົນ.     ບັນດາ​ການ​ເຄື່ອນ​ໄຫວ​ສຳ​ຫຼວດ, ຂຸດ​ຄົ້ນ​ນ້ຳມັນ​ອາຍ​ແກັສຂອງ​ຫວຽດນາມ ບໍ່​ພຽງ​ແຕ່​ໄດ້​ຮັບ​ການ​ປະຕິບັດ​ນັບ​ແຕ່ 2-3 ທົດ​ສະ​ວັດ​ມາ​ນີ້​ຢູ່ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ​ເທົ່າ​ນັ້ນ, ຫາກ​ຍັງ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຫຼາຍ​ຄູ່​ຮ່ວມ​ມື​ຕ່າງປະ​ເທດ​ອີກ​ດ້ວຍ.   
TAG
vov/vovworld/ນ້ຳມັນອາຍແກັສ/ຮ້ານເຈາະນ້ຳມັນ