ພາບພົດທີ່ມີຊີວິດຊີວາກ່ຽວກັບການພັດທະນາຂອງສື່ມວນຊົນປະຕິວັດ ຫວຽດນາມ
20/06/2024 08:04
(VOVWORLD) - ຫວຽດນາມ ພວມໃນໂອກາດສະເຫລີມສະຫລອງ 99 ປີແຫ່ງວັນສ້າງຕັ້ງສື່ມວນຊົນປະຕິວັດ ຫວຽດນາມ (21/6/1925 - 21/6/2024). ໃນເກືອບ 1 ສະຕະວັດຜ່ານມາ, ລະບົບສື່ມວນຊົນ ຂອງຫວຽດນາມ ໄດ້ພັດທະນາຢ່າງແຮງ ແມ່ນຊ່ອງເຊື່ອມຕໍ່ລະຫວ່າງອຳນາດການປົກຄອງທຸກຂັ້ນກັບປະຊາຊົນຢ່າງມີປະສິດທິຜົນ, ມຸ່ງໄປເຖິງເປົ້າໝາຍຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນຢ່າງສູງສຸດ, ປະກອບສ່ວນຊຸກຍູ້ຄວາມກ້າວຫນ້າຂອງສັງຄົມ. ການພັດທະນາຢ່າງແຮງຂອງລະບົບສື່ມວນຊົນ, ສື່ສານ ໄດ້ສ່ອງແສງໃຫ້ເຫັນຢ່າງຈະແຈ້ງເຖິງຄວາມເສລີໃນການປາກເວົ້າ, ຄວາມເສລີດ້ານສື່ມວນຊົນຢູ່ ຫວຽດນາມ.

ການເຄື່ອນໄຫວຂອງ VOV ໃນ ວັນບຸນສື່ມວນຊົນທົ່ວປະເທດປີ 2024. ພາບ: VOV ໃນໄລຍະເກືອບ 1 ສະຕະວັດຜ່ານມາ, ນັບແຕ່ເມື່ອຫນັງສືພິມ ແທງນຽນ (ຊາວຫນຸ່ມ), ເຊິ່ງແມ່ນຫນັງສືພິມສະບັບທຳອິດຂອງພື້ນຖານສື່ມວນຊົນປະຕິວັດ ຫວຽດນາມ ໂດຍຜູ້ນຳ ຫງວຽນອ໊າຍກວັກ ກໍ່ຕັ້ງຂຶ້ນ, ພິມຈຳຫນ່າຍສະບັບທຳອິດ, ກຳລັງສື່ມວນຊົນປະຕິວັດ ຫວຽດນາມ ໄດ້ເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ, ເປັນການຢັ້ງຢືນໃຫ້ເຫັນບົດບາດສຳຄັນ ແລະ ມີການປະກອບສ່ວນຢ່າງໃຫຍ່ຫລວງໃຫ້ແກ່ພາລະກິດປົດປ່ອຍຊາດກ່ອນນີ້ ແລະ ພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດປະຈຸບັນ.
TAG
VOV/VOVworld/ ສິດເສລີດ້ານສື່ມວນຊົນ/ສົນທິສັນຍາ/ເຊື່ອມຕໍ່ອິນເຕີເນັດ
Related








