VOV WorldVOV World
ພະລັງຊີວິດອາຊຽນ ພາຍຫຼັງເກືອບເຄິ່ງສະຕະວັດ ແຫ່ງການສ້າງຕັ້ງ ແລະ ຂະຫຍາຍຕົວ
08/08/2014 13:15
ວັນ​ທີ 8/8, ສະຫະ​ສະມາຄົມບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ​ໄດ້​ຈັດ​ຕັ້ງ​ສະ​ເຫຼີ​ມສະຫຼອງ​ວັນ​ສ້າງ​ຕັ້ງ​ຄົບຮອບ 47 ປີ (8/8/1967 - ວັນ​ທີ 8/8/2014)....
ພະລັງຊີວິດອາຊຽນ ພາຍຫຼັງເກືອບເຄິ່ງສະຕະວັດ ແຫ່ງການສ້າງຕັ້ງ ແລະ ຂະຫຍາຍຕົວ
ວັນ​ທີ 8/8, ສະຫະ​ສະມາຄົມບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ​ໄດ້​ຈັດ​ຕັ້ງ​ສະ​ເຫຼີ​ມສະຫຼອງ​ວັນ​ສ້າງ​ຕັ້ງ​ຄົບຮອບ 47 ປີ (8/8/1967 - ວັນ​ທີ 8/8/2014). ຜ່ານ​​ໄລຍະ​ເກືອບ 5 ທົດ​ສະ​ວັດ​ແຫ່ງ​ການ​ສ້າງ​ຕັ້ງ ​ແລະ ຂະຫຍາຍຕົວ, ປະຈຸ​ບັນ ອາຊຽນ​ໄດ້​ກາຍ​ເປັນ​ພາກ​ພື້ນ​ພັດທະນາ​ທີ່​ຂະຫຍັນ​ຂັນ​ເຄື່ອນ ​ແລະ ສາມັກ​ຄີ, ​ແມ່ນ​ຄູ່​ຮ່ວມ​ມື​ທີ່​ຂາດ​ບໍ່​ໄດ້​ຂອງ​ບັນດາ​ປະ​ເທດ​ໃຫຍ່ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ​ທີ່​ສຳຄັນ. (ພາບປະກອບ)       ຫວນ​ຄືນໄລຍະ​ເກືອບ 5 ທົດ​ສະ​ວັດ​ແຫ່ງ​ການ​ສ້າງ​ຕັ້ງ ​ແລະ ຂະຫຍາຍຕົວ, ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ ອາຊຽນ​ໄດ້​ປ່ຽນ​ແປງ​ຢ່າງ​ຫຼວງ​ຫຼາຍ, ພິ​ເສດ​ແມ່ນ​ການ​ປ່ຽນ​ແປງ​ກ່ຽວ​ກັບ​ການຈັດ​ຕັ້ງ ​ແລະ ລັກສະນະ​ຂອງ​ອົງການ​ຈັດ​ຕັ້ງ​ນີ້. ຈາກ​ຈຳນວນ 5 ປະ​ເທດ​ສະມາຊິກ​ໃນ​ເບື້ອງ​ຕົ້ນ, ອາຊຽນ​ໄດ້​ກາຍ​ເປັນ​ກຸ່ມ​ເຊື່ອມ​ຈອດ​ລະຫວ່າງ 10 ປະ​ເທດອາຊີຕາເວັນອອກສ່ຽງໃຕ້, ພ້ອມ​ກັນ​ມຸ່ງ​ໄປ​ສູ່​ການ​ສ້າງ​ປະຊາ​ຄົມ ​ແລະ ສ້າງ​ຄວາມ​ເຊື່ອ​ໝັ້ນ​. ໄລຍະ​ເກືອບ 5 ທົດ​ສະ​ວັດ​ທີ່​ຜ່ານ​ມາ, ຈາກ ສະຫະ​ສະມາຄົມບັນດາປະເທດຮ່ວມ​ມື​ນຳ​ກັນ ​ໂດຍ​ອີງ​ບົນ​ກົນ​ໄກ​ທີ່​ບໍ່​ໜັກ​ແໜ້ນ, ນັ້ນ​ແມ່ນ​ຖະ​ແຫຼ​ງການ​ການ​ເມືອງ​ປີ 1967, ມາ​ຮອດ​ປະຈຸ​ບັນ, ອາຊຽນ​ເຄື່ອນ​ໄຫວ​ບົນ​ພື້ນຖານ​ບັນດາ​ຫຼັກການ​ກົດໝາຍ, ກອບ​ກົດໝາຍ ​ແລະ ບັນດາ​ກົງຈັກ​ໃນ​ກົດ​ບັດອາຊຽນ. ອາຊຽນນັບ​ມື້​ນັບ​ຮ່ວມ​ສຳພັນ​ຢ່າງ​ແໜ້ນ​ແຟ້ນ, ກາຍ​ ເປ​ັນກົງຈັກ​ສົມບູນ​ແບບ ​ແລະ ​ເປັນຄູ່​ຮ່ວມ​ມື​ທີ່​ຂາດ​ບໍ່​ໄດ້​ຂອງ​ບັນດາ​ປະ​ເທດ​ໃຫຍ່ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ​ທີ່​ສຳຄັນ. ​ເຄັດ​ລັບ​ເພື່ອ​ສ້າງ​​ໃຫ້​ມີ ອາຊຽນຄື​ໃນ​ວັນ​ນີ້ ກໍ​ແມ່ນ​ນ້ຳ​ໃຈ​ສາມັກຄີ​ເພື່ອ​ຈຸດໝາຍ​ສ້າງ “ ພາກ​ພື້ນ​ແຫ່ງ​ສັນຕິພາບ, ຄວາມໝັ້ນຄົງ ​ແລະ ສະຖຽນ​ລະ​ພາບ​ຍາວ​ນານ, ​ເສດຖະກິດ​ເຕີບ​ໂຕ​ແບບ​ຍືນ​ຍົງ, ຄວາມ​ກ້າວ​ໜ້າ​ທາງ​ສັງຄົມ ​ແລະ ວັດທະນາ​ຖາວອນ”   
TAG
vov/vovworld/ອາຊຽນ/ປະຊາຄົມ

More