ພັດທະນາການຄ້າເອເລັກໂຕນິກແບບຍືນຍົງ
12/06/2024 09:07
(VOVWORLD) - ການຄ້າເອເລັກໂຕນິກພວມແມ່ນໜຶ່ງໃນບັນດາຂົງເຂດນຳໜ້າຂອງພື້ນຖານເສດຖະກິດດີຈີຕອນ, ສ້າງກຳລັງໜູນພັດທະນາເສດຖະກິດຢູ່ ຫວຽດນາມ. ໃນກອງປະຊຸມກ່ຽວກັບການຍູ້ແຮງການເຊື່ອມຕໍ່, ແບ່ງປັນຂໍ້ມູນຮັບໃຊ້ການພັດທະນາການຄ້າເອເລັກໂຕນິກ, ຍົກສູງປະສິດທິຜົນຂອງວຽກງານຄຸ້ມຄອງອາກອນ ທີ່ຈັດຂຶ້ນຢູ່ ຮ່າໂນ້ຍ ໃນວັນທີ 10 ມິຖຸນາ ຜ່ານມາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ສືບຕໍ່ຍູ້ແຮງການຫັນເປັນດີຈີຕອນ, ພັດທະນາການຄ້າເອເລັກໂຕນິກ, ນຳມາເຊິ່ງຜົນປະໂຫຍດລະອຽດ, ແທດຈິງໃຫ້ແກ່ປະຊາຊົນ ແລະ ວິສາຫະກິດ.

ປີ 2023, ການຄ້າເອເລັກໂຕນິກຂອງ ຫວຽດນາມ ມີຂອບຂະໜາດປະມານ 20,5 ຕື້ USD ແລະ ຈະບັນລຸ 30,5 ຕື້ USD ໃນປີ 2025. ຫວຽດນາມ ໄດ້ຮັບການຢັ້ງຢືນວ່າ ແມ່ນປະເທດທີ່ມີລະດັບການເຕີບໂຕກ່ຽວກັບຂົງເຂດການຄ້າເອເລັກໂຕນິກໄວທີ່ສຸດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້.
TAG
VOV/VOVworld/ການຄ້າເອເລັກໂຕນິກ/ສິນຄ້າ/ບໍລິສັດ/ການຄ້າຂ້າມຊາຍແດນ
Related








