ຜັນຂະຫຍາຍມະຕິກອງປະຊຸມຄັ້ງທີ 4 ຂອງສູນກາງພັກ: ວິທີການໃໝ່ເພື່ອຕີລາຄາພະນັກງານ
05/12/2016 09:58
ມະຕິກອງປະຊຸມຄັ້ງທີ 4 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມຊຸດທີ 12 ໄດ້ຍົກອອກ 4 ໝວດມາດຕະການແກ້ໄຂເພື່ອໃຫ້ບັນດາອົງການຈັດຕັ້ງພັກກວດກາ ແລະ ຄວບຄຸມສິດອຳນາດ

ມະຕິກອງປະຊຸມຄັ້ງທີ 4 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມຊຸດທີ 12 ໄດ້ຍົກອອກ 4 ໝວດມາດຕະການແກ້ໄຂເພື່ອໃຫ້ບັນດາອົງການຈັດຕັ້ງພັກກວດກາ ແລະ ຄວບຄຸມສິດອຳນາດ. ຫາງສຽງໄດ້ຕີລາຄາສູງມະຕິ ແລະ ບັນດາອົງຄະນະພັກຂັ້ນຮາກຖານຊຶ່ງໄດ້ ແລະ ພວມຕັ້ງໜ້າຜັນຂະຫຍາຍປະຕິບັດມະຕິດັ່ງກ່າວ. ກອງປະຊຸມຄັ້ງທີ 4 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມຊຸດທີ 12 ຈຸດໃໝ່ຂອງມະຕິກອງປະຊຸມຄັ້ງທີ 4 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມຊຸດທີ 12 ແມ່ນໄດ້ຊີ້ແຈ້ງເຖິງ 27 ຈຸດໃນ 3 ກຸ່ມ, ຂົງເຂດກ່ຽວກັບກ່ຽວກັບການເສື່ອມເສຍທາງດ້ານແນວຄິດການເມືອງ, ຄຸນສົມບັດ, ວິຖີຊີວິດ ແລະ ກ່ຽວກັບປະກົດການ “ ຜັນແປເອງ”, “ ຫັນປ່ຽນເອງ”ໃນໝູ່ພະນັກງານ, ສະມາຊິກພັກ. ນີ້ແມ່ນຈຸດທີ່ສຳຄັນທີ່ສຸດເພື່ອຮັບປະກັນການຍືນຍົງຄົງຕົວ ແລະ ພັດທະນາຂອງພັກ, ຮັບປະກັນບົດບາດ, ອິດທິພົນຊື່ສຽງ ແລະ ຜົນສະທ້ອນຂອງລັດ.
TAG
vovworld/ພັກກອມມູນິດ
Related








