VOV WorldVOV World
ຜູກຮັດຊາວຫວຽດນາມອາໄສຢູ່ຕ່າງປະເທດກັບບ້ານເກີດເມືອງນອນ
24/09/2014 14:59
ເຕົ້າ​ໂຮມ ​ແລະ ດຶງ​ດູດ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດກັບ​ມາ​ສ້າງສາ​ປະ​ເທດ​ຊາດ, ຍາມ​ໃດ​ກໍ​ແມ່ນ​ໜ້າ​ທີ່​ສຳຄັນ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດນັບ​ຕັ້ງ​ແຕ່​ວັນ​ສ້າງ​ຕັ້ງ​ມາ​ຮອດ​ປະຈຸ​ບັນ
ຜູກຮັດຊາວຫວຽດນາມອາໄສຢູ່ຕ່າງປະເທດກັບບ້ານເກີດເມືອງນອນ
ເຕົ້າ​ໂຮມ ​ແລະ ດຶງ​ດູດ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດກັບ​ມາ​ສ້າງສາ​ປະ​ເທດ​ຊາດ, ຍາມ​ໃດ​ກໍ​ແມ່ນ​ໜ້າ​ທີ່​ສຳຄັນ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ນັບ​ຕັ້ງ​ແຕ່​ວັນ​ສ້າງ​ຕັ້ງ​ມາ​ຮອດ​ປະຈຸ​ບັນ. ນີ້​ກໍ​ແມ່ນ​ປະກົດ​ການ​ລະອຽດ​ຂອງ​ການ​ກໍ່ສ້າງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ, ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ສາມັກຄີ​ຂອງ​ທັງ​ຊາດ​ໃນ​ລະດັບ​ສູງ​ສຸດ. ທີ່​ກອງ​ປະຊຸ​ມ​ໃຫຍ່​ຄັ້ງ​ທີ 8 ຂອງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມຊຶ່ງ​ດຳ​ເນີນ​ແຕ່​ວັນ​ທີ 25-27/9, ມີເນື້ອໃນຫຼາຍປະການ ຈະຖືກນຳມາ​ປຶກສາ​ຫາລື ​ແລະ ຮັບຮອງ​ເອົາ​ແນ​ໃສ່​ເສີມ​ຂະຫຍາຍ​ແຫຼ່ງກຳລັງ ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດຫຼາຍ​ກ່ວາ​ອີກ​ທີ່​ມີ​ຕໍ່​ການ​ພັດທະນາ​ຂອງ​ປະ​ເທດ​ຊາດ , ຜູກ​ຮັດ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ​ກັບ​ບ້ານ​ເກີດ​ເມື​ອງ​ນອນ​ຢ່າງ​ແໜ້ນ​ແຟ້ນ. (ພາບປະກອບ)      ປະ​ຈຸ​ບັນ, ຫວຽດນາມ ມີ ​ຊາວ​ຫວຽດນາມ​ກວ່າ 4,5 ລ້ານ​ຄົນ​ພວມ​ດຳລົງ​ຊີວິດ​ຢູ່ກວ່າ 100 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ​ໃນ​ໂລກ. ດ້ວຍ​ບົດບາດ​ຜູກ​ຮັດ​ປະຊາຊົນ​ທຸກ​ຊັ້ນ​ວັນນະ, ​ໃນ​ນັ້ນ​ມີ​ປະຊາ​ຄົມ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດນັ້ນ, ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ​ໄດ້​ຜັນ​ຂະຫຍາຍ​ຫຼາຍ​ໂຄງການ ​ແນ​ໃສ່​ຂົນຂວາຍ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດປະກອບສ່ວນ​ສ້າງສາ​ປະ​ເທດ​ຊາດ. ທີ່​ກອງ​ປະຊຸ​ມ​ໃຫຍ່​ຄັ້ງ​ທີ 8 ຂອງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມຊຶ່ງ​ດຳ​ເນີນ​ແຕ່​ວັນ​ທີ 25-27/9, ​ວຽກ​ງານຂົນຂວາຍ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ​ໃນ​ໂຄງການ​ດຳ​ເນີນ​ງານ​ຂອງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ ຈະ​ໄດ້​ຮັບ​ການ​ສ້າງ​ໃຫ້​ສົມບູນ​ແບບ​ກວ່າ​ອີກ.
TAG
vov/vovworld/ແນວໂຮມປະເທດຊາດ

More