ຜູ້ປະສານງານປະຈຳສະຫະປະຊາຊາດຢູ່ຫວຽດນາມ: ມີຄວາມປະທັບໃຈຫລາຍຢ່າງ ຢູ່ຫວຽດນາມ
09/11/2016 08:00
(vovworld)- ການຮ່ວມມືລະຫວ່າງຫວຽດນາມ ແລະ ສະຫະປະຊາຊາດ ແມ່ນແບບຢ່າງພົ້ນເດັ່ນກ່ຽວກັບການຮ່ວມມືພັດທະນາລະຫວ່າງ

(vovworld)- ການຮ່ວມມືລະຫວ່າງຫວຽດນາມ ແລະ ສະຫະປະຊາຊາດ ແມ່ນແບບຢ່າງພົ້ນເດັ່ນກ່ຽວກັບການຮ່ວມມືພັດທະນາລະຫວ່າງ ສະຫະປະຊາຊາດກັບບັນດາປະເທດສະມາຊິກກໍ່ຄືກ່ຽວກັບບົດບາດຂອງ ສປຊ ໃນການຊຸກຍູ້ການຮ່ວມມືສາກົນ ເພື່ອແກ້ໄຂບັນດາບັນຫາເສດຖະກິດ, ສັງຄົມ, ວັດທະນະທຳ. ກ່ອນທີ່ສິ້ນສຸດອາຍຸການປະຕິບັດງານ 5 ປີຢູ່ຫວຽດນາມ ໃນຖານະເປັນຜູ້ປະສານງານປະຈຳ ໃນທ້າຍເດືອນ 10 ຜ່ານມາ, ປອ Pratibha Mehta ສະແດງໃຫ້ເຫັນບັນດາຄວາມປະທັບໃຈອັນດີງາມ ກ່ຽວກັບ ຫວຽດນາມ, ກ່ຽວກັບບັນດາຜົນງານແຫ່ງການເຊື່ອມໂຍງເຂົ້າກັບໂລກ ຊື່ງຫວຽດນາມ ບັນລຸໄດ້ ກໍຄືການຮ່ວມມືຢ່າງມີປະສິດທິຜົນລະຫວ່າງຫວຽດນາມ ແລະ ສະຫະປະຊາຊາດໃນໄລຍະຜ່ານມາ. ທ່ານນາງ Pratibha Mehta ແລະ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພາບ: Talk Vietnam ເກືອບ 40 ປີ ນັບແຕ່ເມື່ອຫວຽດນາມ ເຂົ້າຮ່ວມ ສປຊ ຢ່າງເປັນທາງການ, ການພົວພັນລະຫວ່າງ ຫວຽດນາມ ແລະ ສປຊ ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ ຕາມທິດນັບມື້ນັບເລິກເຊິ່ງກວ້າງຂວາງ ແລະ ມີປະສິດທິຜົນ. ບັນດາໂຄງການຂອງ ສປຊ ລ້ວນແຕ່ໃກ້ຊິດຕິດແທດກັບຊີວິດ, ກັບມີການພັດທະນາດ້ານເສດຖະກິດສັງຄົມຂອງຫວຽດນາມ.
TAG
vovworld/ພັດທະນາ
Related








