VOV WorldVOV World
ປີ 2013 - ປີແຫ່ງຄວາມທົດສອບຂອງປະທານາທິບໍດີ Barak Obama
25/12/2013 13:56
ຊາວອາ​ເມ​ລິ​ກາກ່ວາ 315 ລ້ານ​ຄົນ​ໄດ້​ເລີ່​ມພັກ​ການ​ເພື່ອ​ຕ້ອນຮັບ​ວັນ​ບຸນ​ຄຼິດສະມາດ ແລະ ຕ້ອນຮັບປີໃໝ່ 2014 ໃນທ່າມກາງຄວາມເບີກບານ ມ່ວນຊື່ນ
ປີ 2013 - ປີແຫ່ງຄວາມທົດສອບຂອງປະທານາທິບໍດີ Barak Obama
ປະທານາທິບໍດີ Barak Obama ກ່າວຄຳເຫັນຢູ່ທຳນຽບຂາວ ຢືນຢັນຊາວອາເມລິກາຈະຮັບຜົນປະໂຫຍດຈາກການປະຕິຮູບ ການປະກັນສຸຂະພາບ (ພາບ : AFP)    ຊາວອາ​ເມ​ລິ​ກາກ່ວາ 315 ລ້ານ​ຄົນ​ໄດ້​ເລີ່​ມພັກ​ການ​ເພື່ອ​ຕ້ອນຮັບ​ວັນ​ບຸນ​ຄິຼດສະມາດ ແລະ ຕ້ອນຮັບປີໃໝ່ 2014. ໃນທ່າມກາງຄວາມເບີກບານ ມ່ວນຊື່ນຕ້ອນຮັບປີໃໝ່ 2014, ພ້ອມກັບ ຄວາມປະເອີບໃຈ ຕໍ່ປີໃໝ່ຈະຈົບງາມ ກ່ວານັ້ນ, ຊາວ​ອາ​ເມ​ລິ​ກາ​ແຕ່ລະຄົນ​ຕ່າງ​ກໍ​ມີ​ອະນຸສອນ​ທີ່​ຍາກ​ຈະ​ຫຼົງ​ລືມ​ໄດ້​ກ່ຽວ​ກັບ​ປີ​ໜຶ່ງ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຫຍຸ້ງຍາກ​ລວມທັງ​ຄວາມ​ເປັນ​ຫ່ວງ​ໄຍຢູ່​ພາຍ​ໃນ​ປະ​ເທດ ​ແລະ ຄວາມ​ສັບສົນ​ໃນ​ການ​ພົວພັນ​ສາກົນ. ປີ​ເກົ່າ​ໃກ້​ຈະ​ຜ່ານ​ພົ້ນ​ໄປ​ແລ້ວ, ນີ້​ກໍ​ແມ່ນ​ຈຸດ​ເວລາ​ທີ່​ຜູ້​ຄົນ​ທັງຫຼາຍສຸມ​ໃສ່​ປຶກສາ​ເຖິງ​ຄວາມ​ປິ​ຊາ​ສາມາດ​ຂອງ​ຜູ້ນຳ​ທຳນຽບຂາວ​​ໃນ​ປີ​ທຳ​ອິດ​ຂອງ​ອາຍຸ​ການ​ທີ 2.     ປະ​ເທດ​ອາ​ເມ​ລິ​ກາ​ໄດ້​ເລີ່​ມຕົ້ນ​ປີ 2013 ດ້ວຍ​ຄວາມ​ເຊື່ອ​ໝັ້ນຈາກ​ການ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ຄືນ​ໃໝ່​ເຂົ້າ​ອາຍຸ​ການ​ທີ 2 ຂອງ​ປະທານາທິບໍດີ Barak Obama. ຊາວ​ອາ​ເມ​ລິ​ກາ​ປາດ​ຖະໜາວ​່າ ​ໃນ 4 ປີ​ທີ່​ຈະ​ເຖິງ,ປະ​ເທດ​ອາ​ເມລິິກາ ຈະ​ມີ​ຄວາມ​ສະຫວ່າງ​ສະ​ໄຫວ​ໃນ​ການ​ພັດທະນາ​ເສດຖະກິດ, ອັດຕາ​ໄພ​ວ່າງ​ງານ​ຫຼຸດ​ລົງ, ລາຍ​ຮັບ​ຂອງ​ປະຊາ​ຊົນ​ເພີ່ມ​ຂຶ້ນ​ພ້ອມ​ກັບ​ບັນດາ​ສະຫວັດດີ​ການ​ສັງຄົມ​ທີ່​ສ້າງ​ເງື່ອນ​ໄຂ​ທີ່​ດີ​ກ່ວາໃຫ້​ແກ່​ເຂົາ​ເຈົ້າ. ​ແລະ ​ໃນ​ຕົວ​ຈິງ, ​ໃນ​ປີ​ທຳ​ອິດ​ຂອງ​ອາຍຸ​ການ​ທີ 2, ​ປະທານາທິບໍດີ Barak Obama ຍາມ​ໃດ​ກໍ​ຮັກສາ​ຄຳ​ໝັ້ນ​ໝາຍ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມື່ອ​ກຳນົດ​ວ່າ ​ເສດຖະກິດ​ຍັງ​ຄົງ​ແມ່ນ​ຈຸດ​ສຸມ, ພ້ອມ​ທັງ​ມີ​ຄວາມ​ມານະ​ພະຍາ​ຍາຍ​ຮັດ​ແຄບ​ຄວາມ​ບໍ່​ລົງ​ລອຍ​ກັນ​ລະຫວ່າງ​ບັນດາ ສ.ສ.ຊ ​ເພື່ອ​ແກ້​ໄຂ​ບັນດາ​ບັນຫາ​ທີ່​ຮີບ​ດ່ວນ​ທີ່​ພວມ​ວາງ​ອອກ​ໃຫ້​ແກ່ ປະ​ເທດ​ອາ​ເມລິິກາ. ​ແຕ່​ອາດ​ຈະ​ເຫັນ​ວ່າ ​ໃນ​ຕະຫຼອດ 12 ​ເດືອນ​ທີ່​ຜ່ານ​ມາ, ຄວາມ​ມານະ​ພະຍາ​ຍາຍ​ຂອງ ​ປະທານາທິບໍດີ Barak Obama ຍັງ​ບໍ່​ທັນ​ບັນລຸ​ໄດ້​ຕາມ​ຄວາ​ມຫວັງ. ບັນດາ​ການ​​ໂຕ້​ຖຽງ​ກັນ​ຢູ່​ພາຍ​ໃນ 2 ພັກ ​ໄດ້​ພາ​ໄປ​ເຖິງ​ສະພາບບໍ່​ມີ​ທາງ​ອອກ​ໃນ​ບັນດາ​ລັດຖະນະ​ໂຍບາຍ​ສຳລັບ​ພາຍ​ໃນກໍ​ຄື​ການ​ພົວພັນ​ຕ່າງ​ປະ​ເທດເກືອບ​ທັງ​ໝົດຂອງ ປະ​ເທດ​ອາ​ເມລິິກາ.
TAG
vov/vovworld/ອາເມລິກາ/ປະທານາທິບໍດີ

More