VOV WorldVOV World
ປີ 2017 ໄລຍະເວລາທີ່ລຳບາກໃນການເຈລະຈາ Brexit
20/12/2017 05:02
(VOVWORLD) -ທີ່ກອງປະຊຸມສຸດຍອດຄັ້ງສຸດທ້າຍຂອງ ອີຢູ ໃນປີ 2017, ການນຳບັນດາປະເທດສະມາຊິກ ອີຢູ ໄດ້ເຫັນດີເປັນເອກະພາບກ້າວເຂົ້າສູ່ໄລຍະທີ 2 ຂອງການເຈລະຈາ Brexit, ປຶກສາຫາລືກ່ຽວກັບການພົວພັນດ້ານການຄ້າໃນອະນາຄົດລະຫວ່າງ ອັງກິດ ແລະ ສະຫະພາບ ເອີຣົບ.
ປີ 2017 ໄລຍະເວລາທີ່ລຳບາກໃນການເຈລະຈາ Brexit
ໃນຊຸມວັນທ້າຍປີ 2017, ກອງປະຊຸມສຸດຍອດ ເອີຣົບ ປະຊຸມຢູ່ ບຣຸກແຊນ (ແບນຊິກ) ໄດ້ເຫັນດີເປັນເອກະພາບກ້າວເຂົ້າສູ່ໄລຍະ 2 ການເຈລະຈາ Brexit, ປຶກສາຫາລືກ່ຽວກັບການພົວພັນດ້ານການຄ້າໃນອະນາຄົດລະຫວ່າງປະເທດ ອັງກິດ ແລະ ສະຫະພາບ ເອີຣົບ. ບາດກ້າວບຸກທະລຸນີ້ ໄດ້ອັດໄລຍະ 1 ຂອງການເຈລະຈາທີ່ລຳບາກກ່ຽວກັບເລື່ອງ ອັງກິດ ຖອນອອກຈາກຊາຍຄາຮ່ວມເອີຣົບ ໃນປີ 2017 ໄວ້.         ຖ້າຫາກເລື່ອງຊາວ ອັງກິດ ປ່ອນບັດຖອນອອກຈາກຊາຍຄາຮ່ວມ ອີຢູ ແມ່ນເຫດການທີ່ກໍ່ຄວາມສັ່ນສະເທືອນໃນປີ 2016 ນັ້ນ ການເຈລະຈາລະຫວ່າງ 2 ຝ່າຍໃນປີ 2017 ພັດແມ່ນເຫດການທີ່ສ້າງຄວາມສົນໃຈຫລາຍໃຫ້ແກ່ສື່ມວນຊົນ ພາໃຫ້ທັງ ອັງກິດ ແລະ 27 ປະເທດສະມາຊິກ ອີຢູ ຕ້ອງຄິດໄລ່ ແລະ ເສຍກຳລັງເຫື່ອແຮງຫລາຍ.
TAG
VOV/VOVworld/ການເຈລະຈາ Brexit

More