ປີ 2017: ຄວາມມານະພະຍາຍາມປອດນິວເຄຼຍ ໃນແຫລມເກົາຫລີ ບໍ່ບັນລຸຄວາມຄືບຫນ້າ
04/01/2018 10:22
(VOVWORLD) -ຊຸມມື້ຕົ້ນປີໃຫມ່ 2018 ໄດ້ປະກົດອອກບັນດາການກະທຳ “ມີຄວາມໝາຍສຳຄັນ” ມຸ່ງໄປເຖິງການເຈລະຈາໂດຍກົງ ແລະ ເປັນປະຈຳຢູ່ໃນແຫລມເກົາຫລີ. ເຖິງຢ່າງໃດກໍຕາມ, ເບິ່ງລວມແລ້ວ ປີ 2017, ຄວາມມານະພະຍາຍາມປອດນິວເຄຼຍ ໃນແຫລມເກົາຫລີ ບໍ່ບັນລຸຄວາມຄືບຫນ້າໃດ, ຊ້ຳບໍ່ໜຳ ຍັງປະກົດອອກບັນດາບາດຖອຍຫລັງເປັນຫນ້າເສຍດາຍ.

ພາບປະກອບ ຄວາມຈິງ ຖ້າຫາກສັງເກດບັນດາການຜັນແປຢູ່ແຫລມເກົາຫລີ ໃນຕະຫລອດຫນຶ່ງປີຜ່ານມາບໍ່ມີເທົ່າໃດບັນຫາຕ້ອງເວົ້າ. ສະພາບບໍ່ມີທາງອອກຍັງບໍ່ທັນໄດ້ຮັບການແກ້ໄຂ, ຍັງຄົງຢູ່ໃນບັນຫາ: ຍິງລູກສອນໄຟ - ໂຕ້ຕອບ - ນາບຂູ່ ແລະ ລົງໂທດ.
TAG
VOV/VOVworld/ມາດຕະການ
Related
More








