VOV WorldVOV World
​ປີ​ໜຶ່ງ​ຂອງຄວາມ​ເຄັ່ງ​ຕຶງ​ໃນ​ການ​ພົວ​ພັນ ອາ​ເມ​ລິ​ກາ-ຈີນ
24/12/2021 09:57
(VOVWORLD) - ກໍ່ຄືກັນກັບຄວາມວິຕົກກັງວົນຂອງນັກໄຈ້ແຍກຫຼາຍທ່ານ, ໃນປີ 2021, ການພົວພັນລະຫວ່າງສອງປະເທດມະຫາອຳນາດ ແລະ ກໍ່ແມ່ນສອງພື້ນຖານເສດຖະກິດໃຫ່ຍກ່ວາໝູ່ໃນໂລກ ຄື ອາເມລິກາ ແລະ ຈີນ, ສືບຕໍ່ເກີດຄວາມເຄັ່ງຕຶງ. ແຕ່ວ່າສະພາບຄວາມເຄັ່ງຕຶງເຖິງວ່າບໍ່ທັນໄດ້ຮັບການແກ້ໄຂເທື່ອ, ຊ້ຳບໍ່ໜຳໄດ້ຍູ້ໃຫ້ປິ້ນຂັ້ນໃດຂຶ້ນຕື່ມກໍ່ຕາມ ແຕ່ການພົວພັນໂດຍສັງລວມ ຍັງໄດ້ຮັບການຄວບຄຸມ ໃນຂະນະທີ່ທັງສອງຝ່າຍ ລ້ວນແຕ່ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງ ຄວາມຕ້ອງການເຈລະຈາ ແລະ ຮ່ວມມືນຳກັນໃນຂົງເຂດໃດໜຶ່ງ.
​ປີ​ໜຶ່ງ​ຂອງຄວາມ​ເຄັ່ງ​ຕຶງ​ໃນ​ການ​ພົວ​ພັນ ອາ​ເມ​ລິ​ກາ-ຈີນ
(ພາບປະກອບ: Shutterstock)        ດ້ວຍເລື່ອງທ່ານ Joe Biden ໄດ້ເລືອກຕັ້ງເປັນປະທານາທິບໍດີຄົນໃໝ່ຂອງ ອາເມລິກາ (ຮັບດຳລົງຕຳແໜ່ງເມື່ອວັນທີ 20 ມັງກອນປີ 2021), ກໍ່ມີຄວາມຄາດຫວັງບໍ່ໜ້ອຍ ກ່ຽວກັບການພົວພັນ ອາເມລິກາ-ຈີນ ຈະໄດ້ຮັບການປັບປຸງນັ້ນ, ຢ່າງໜ້ອຍສຸດກໍ່ແມ່ນຫລຸດຜ່ອນຄວາມເຄັ່ງຕຶງລົງ ເມື່ອທຽບກັບສະໄໝທ່ານ Donald Trump ນຳພາປະເທດ ອາເມລິກາ (2016-2020). ແຕ່ເຖິງແນວນັ້ນກໍ່ຕາມ, ຕົວຈິງໃນຕະຫຼອດປີ 2021, ການພົວພັນລະຫວ່າງສອງພື້ນຖານເສດຖະກິດໃຫ່ຍກ່ວາໝູ່ໃນໂລກ ຍັງຢູ່ໃນສະພາບເຄັ່ງຕຶງຢ່າງຮ້າຍແຮງ. ທ່າສູ້ຢັນກັນ ແລະ ແກ່ງແຍ້ງສຸດທະສາດຢ່າງຂ້ຽວຂາດ ສືບຕໍ່ໄດ້ຮັກສາໃນເກືອບທຸກດ້ານ: ການຕ່າງປະເທດ, ເສດຖະກິດ, ການຄ້າ, ວິທະຍາສາດ ເຕັກໂນໂລຊີ…. ການພົບປະເຈລະຈາຂັ້ນສູງທາງໄກລະຫວ່າງທ່ານ Joe Biden ແລະ ທ່ານສືຈິງຜິງ ເດືອນ 11/2021 (ພາບ: REUTERS)  
TAG
VOV/VOVworld/​ປີ​ໜຶ່ງ​/ຄວາມ​ເຄັ່ງ​ຕຶງ/ອາ​ເມ​ລິ​ກາ-ຈີນ/ທ່ານປະທານາທິບໍດີ Joe Biden

More