ປ່ຽນແປງໃໝ່, ປະດິດຄິດສ້າງ, ສາມັກຄີ ແລະ ມານະພະຍາຍາມ ຜັນຂະຫຍາຍໜ້າທີ່ປີ 2022
06/01/2022 10:07
(VOVWORLD) - ກ່າວຄຳເຫັນທີ່ກອງປະຊຸມທາງໄກລະຫວ່າງ ລັດຖະບານ ແລະ ທ້ອງຖິ່ນຕ່າງໆ ກ່ຽວກັບການສະຫຼຸບວຽກງານປີ 2021, ຜັນຂະຫຍາຍໜ້າທີ່, ມາດຕະການຕົ້ນຕໍໃນປີ 2022 ວັນທີ 5 ມັງກອນ 2022, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ຢືນຢັນວ່າບັນດາໝາກຜົນ, ຜົນງານອັນຍິ່ງໃຫຍ່ທີ່ບັນລຸໄດ້ໃນປີ 2021 ໄດ້ປະກອບສ່ວນສຳຄັນເຂົ້າໃນການນຳ ຫວຽດນາມ ຜ່ານຜ່າຄວາມຫຍຸ້ງຍາກທີ່ບໍ່ເຄີຍມີມາກ່ອນ ຍ້ອນໂລກລະບາດໂຄວິດ - 19 ກໍ່ຂຶ້ນ, ສືບຕໍ່ເຮັດໃຫ້ປະຫວັດສາດ ແລະ ມູນເຊື້ອອົງອາດກ້າຫານຂອງຊາດ ຫວຽດນາມ ໃສແຈ້ງ ແລະ ສວຍງາມກວ່າ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ເຈາະຈີ້ມບັນດາບັນຫາທີ່ມີລັກສະນະກຳນົດທິດກ່ຽວກັບເປົ້າໝາຍ ແລະ ໜ້າທີ່ພັດທະນາເສດຖະກິດສັງຄົມຂອງ ຫວຽດນາມ ໃນປີ 2022.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເຂົ້າຮ່ວມກອງປະຊຸມ (ພາບ: VGP)
TAG
VOV/VOVworld/ສະຫຼຸບ/ວຽກງານ/ມາດຕະການ/ເສດຖະກິດ - ສັງຄົມ
Related








