ປ່ຽນແປງໃໝ່ວຽກງານຂົນຂວາຍປະຊາຊົນ,ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງປະເທດຊາດໃນໄລຍະເຊື່ອມໂຍງເຂົ້າກັບສາກົນ
26/02/2014 10:33
ກອງປະຊຸມຜັນຂະຫຍາຍວຽກງານຂົນຂວາຍປະຊາຊົນປີ 2014 ດ້ວຍເນື້ອໃນ “ ເພີ່ມທະວີ ແລະ ປ່ຽນແປງໃໝ່ວຽກງານຂົນຂວາຍປະຊາຊົນ” ຖືກຈັດຂຶ້ນໃນວັນທີ 25 ແລະ 26/2 ຢູ່ຮ່າໂນ້ຍ
ທ່ານ ດາວຫງອກຢຸງ ເລຂາຄະນະພັກກຸ່ມບັນດາອົງການສຳນັກງານຂັ້ນສູນກາງກ່າວຄຳເຫັນທີ່ກອງປະຊຸມ (ພາບ: http://dangcongsan.vn ) ກອງປະຊຸມຜັນຂະຫຍາຍວຽກງານຂົນຂວາຍປະຊາຊົນປີ 2014 ໂດຍຄະນະພັກກຸ່ມບັນດາອົງການສຳນັກງານຂັ້ນສູນກາງປະຕິບັດດ້ວຍເນື້ອໃນ “ ເພີ່ມທະວີ ແລະ ປ່ຽນແປງໃໝ່ວຽກງານຂົນຂວາຍປະຊາຊົນ” ຖືກຈັດຂຶ້ນໃນວັນທີ 25 ແລະ 26/2 ຢູ່ຮ່າໂນ້ຍ. ວຽກງານຂົນຂວາຍປະຊາຊົນທັງແມ່ນປະຖົມປັດໄຈ, ທັງແມ່ນກຳລັງຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ ໄດ້ຮັບຖືວ່າ ແມ່ນໜ້າທີ່ການເມືອງຂອງບັນດາອົງການຈັດຕັ້ງພັກ, ລັດ ແລະ ບັນດາອົງການຈັດຕັ້ງການເມືອງ-ສັງຄົມ. ວຽກງານຂົນຂວາຍປະຊາຊົນໃນໄລຍະໃໝ່ ແມ່ນການໂຄສະນາ, ສຶກສາອົບຮົມ, ຂົນຂວາຍ, ເກ້ັຍກອມທຸກໆຄົນປະຕິບັດບັນດາແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ, ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການປ່ຽນແປງໃໝ່ຂອງປະເທດຊາດ ແລະ ເຊື່ອມໂຍງເຂົ້າກັບເສດຖະກິດສາກົນ .
TAG
vov/vovworld/ຂົນຂວາຍປະຊາຊົນ
Related








