VOV WorldVOV World
ປຶກສາຫາລືບັນຫາ ນິວເຄຼຍຂອງອີຣານ : ຄວາມປະເອີບໃຈໃນຄວາມລະມັດລະວັງ
27/11/2013 14:55
ບໍ່ອາດປະຕິເສດຄວາມໝາຍ ປະຫວັດສາດຂອງສັນຍາ ນິວເຄຼຍຊົ່ວຄາວທີ່​ຫາ​ກໍ​ ບັນລຸ​ມາ​ໄດ້​ລະຫວ່າງກຸ່ມ P5+1 ກັບ​ອີຣານ​ເມື່ອ​ທ້າ​ຍອາທິດ​ ທີ່​ຜ່ານ​ມາ​ພາຍຫຼັງ​ ໄລຍະ​ເກືອບ 1 ທົດ​ສະ​ວັດ
ປຶກສາຫາລືບັນຫາ ນິວເຄຼຍຂອງອີຣານ : ຄວາມປະເອີບໃຈໃນຄວາມລະມັດລະວັງ
ບັນດາຜູ້ແທນທີ່ເຂົ້າຮ່ວມການເຈລະຈາກ່ຽວກັບບັນຫານິວເຄຼຍ ຂອງອີຣານ ຖ່າຍຮູບເປັນທີ່ລະນຶກຢູ່​ເຊີ​ແນວ ປະ​ເທດ​ສະ​ວິດ  ເມື່ອວັນທີ 23/11/2013 ບໍ່ອາດປະຕິເສດຄວາມໝາຍປະຫວັດສາດຂອງສັນຍານິວເຄຼຍຊົ່ວຄາວທີ່​ຫາ​ກໍ​ບັນລຸ​ມາ​ໄດ້​ລະຫວ່າງກຸ່ມ P5+1 ກັບ​ອີຣານ​ເມື່ອ​ທ້າ​ຍອາທິດ​ທີ່​ຜ່ານ​ມາ​ພາຍຫຼັງ​ໄລຍະ​ເກືອບ 1 ທົດ​ສະ​ວັດ. ​ແຕ່​ວ່າ ນີ້​ພຽງ​ແຕ່​ແມ່ນ​ສັນຍາ​ຊົ່ວຄາວ​ເທົ່າ​ນັ້ນ. ​ເພື່ອ​ກ້າວ​ໄປ​ເຖິງສັນຍານິວເຄຼຍນັ້ນ, ບັນດາ​ຝ່າຍ​ຕ້ອງ​ຜ່ານ​ຜ່າ​ຄວາມ​ທ້າ​ທາຍ​ ​ແລະ ສິ່ງ​ກີດຂວາງຫຼາຍ​ຢ່າງ ​ແລະ ທ່ວງ​ໃຫ້​ທັງອີຣານ ​ແລະ ກຸ່ມ P5+1 ຕ້ອງ​ມານະ​ພະຍາຍາມ​ເດີນ​ຕາມ​ມາດຕະ​ການ​ແກ້​ໄຂ​ໂດຍ​ສັນຕິ​ພາບ.       ຕາມ​ສັນຍາ​ທີ່​ບັນລຸ​ເມື່ອ​ຕອນ​ເຊົ້າ​ວັນ​ທີ 24/11 ຢູ່​ເຊີ​ແນວ ປະ​ເທດ​ສະ​ວິດ, ອີຣານ ​ແລະ ກຸ່ມ P5+1​ໄດ້​ເປັນ​ເອກະສັນ​ກັນ​ວ່າ ອີຣາຍ ຈະ​ຢຸດ​ການ​ເສີມ​ທາດ ຢູ​ເຣນຽມ​ສູງ​ກ່ວາລະ​ດັບ 5% ​ໃນ 6 ​ເດືອນ, ທຳລາຍ​ສາງ ຢູ​ເຣນຽມ ທີ່​ໄດ້​ເສີມ​ໃນ​ລະດັບ 20%, ຢຸດ​ການ​ເຄື່ອນ​ໄຫວຂອງ​ເຕົານິວເຄຼຍປະ​ເພດ​ນ້ຳໜັກ Arak . ​ແທນ​ທີ່ ບັນດາ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ຈະ​ຢຸດຕິ​ບາງ​ມາດ​ຕະການ​ລົງ​ໂທດ​ທີ່​ມີ​ຕໍ່ ອີຣານ ລວ​ມມູນ​ຄ່າ 8 ຕື້ USD ​ແລະ ຈະ​ບໍ່​ຈັດ​ວາງ​ຄຳ​ສັ່ງ​ລົງ​ໂທດ​ໃໝ່​ອີກ.   
TAG
vov/vovworld/ສັນຍານິວເຄຼຍ/ອີຣານ

More