ສະພາແຫ່ງຊາດສອງປະເທດ ຫວຽດນາມ - ລາວ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນແລະກັນ ຢູ່ເວທີສາກົນ ແລະ ພາກພື້ນ
10/12/2021 10:41
(VOVWORLD) - ໃນຕໍ່ໜ້າ, ສະພາແຫ່ງຊາດຂອງສອງປະເທດຈະສືບຕໍ່ປະສານສົມທົບຢ່າງແໜ້ນແຟ້ນ, ສະໜັບສະໜຸນເຊິ່ງກັນແລະກັນ ຢູ່ໃນເວທີພາກພື້ນ ແລະ ສາກົນ ເປັນຕົ້ນ: IPU, AIPA, APPF, APF ແລະ ອື່ນໆ. ນອກຈາກນັ້ນ, ກໍ່ປະສານສົມທົບຢ່າງກົມກຽວ ແລະ ມີປະສິດທິຜົນໃນບັນຫາພາກພື້ນ ແລະ ສາກົນ ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາ.
ຕອນບ່າຍວັນທີ 8 ທັນວາ, ທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງ, ປະທານສະພາແຫ່ງຊາດ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ລາວ ໄດ້ເດີນທາງອອກຈາກນະຄອນຫຼວງ ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມ ຫວຽດນາມ ແຕ່ວັນທີ 6 – 8 ທັນວາ ຕາມຄຳເຊື້ອເຊີນຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ຢ່າງຈົບງາມ. ເນື່ອງໃນໂອກາດນີ້, ນັກຂ່າວ VOV ໄດ້ມີໂອກາດສຳພາດທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ.ລາວ ປະຈຳ ຫວຽດນາມ ກ່ຽວກັບໝາກຜົນຂອງການຢ້ຽມຢາມຄັ້ງນີ້ ກໍຄື ແງ່ຫວັງການພົວພັນທາງການທູດລະຫວ່າງສອງປະເທດເວົ້າລວມ ແລະ ສາຍພົວພັນລະຫວ່າງສະພາແຫ່ງຊາດສອງປະເທດ ຫວຽດນາມ - ລາວ ເວົ້າສະເພາະໃນໄລຍະຈະມາເຖິງ.
TAG
VOV/VOVworld/ປະທານສະພາແຫ່ງຊາດ/ໄຊສົມພອນ ພົມວິຫານ/ເອກອັກຄະລັດຖະທູດ/ແສງເພັດ ຮຸ່ງບຸນຍວງ
Related








