VOV WorldVOV World
ສະ​ພາບ​ການ​ສັງ​ລວມ​ຢູ່​ຕາ​ເວັນ​ອອກ​ກາງ: ສິ່ງ​ທ້າ​ທາຍ ແລະ ຄວາມ​ຫວັງ
14/01/2022 08:28
(VOVWORLD) - ບໍ່ຢູ່ນອກເໜືອຄວາມວິຕົກກັງວົນຂອງວົງການນັກໄຈ້ແຍກ, ສະພາບການຢູ່ພາກພື້ນຕາເວັນອອກກາງປີ 2021 ຍັງມີການຜັນແປຢ່າງສັບສົນ, ຂາດສະຖຽນລະພາບ ແລະ ຕ້ອງປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ. ໃນປີຜ່ານມາ, ບາງຈຸດທີ່ພົ້ນເດັ່ນກໍ່ຍັງບໍ່ທັນຊ່ວຍໃຫ້ສະພາບການໃນພາກພື້ນດີຂຶ້ນໄດ້ ແຕ່ຍັງຖືກຖືວ່າ ແມ່ນພື້ນຖານສຳຄັນເພື່ອຕັ້ງຄວາມຫວັງຕໍ່ຄວາມຄືບໜ້າໃນໄລຍະທີ່ຈະມາເຖິງ.
ສະ​ພາບ​ການ​ສັງ​ລວມ​ຢູ່​ຕາ​ເວັນ​ອອກ​ກາງ: ສິ່ງ​ທ້າ​ທາຍ ແລະ ຄວາມ​ຫວັງ
ເຮືອນຊານຢູ່ນະຄອນ Khan Younis, ເຂດ Gaza, ຖືກທຳລາຍ ເມື່ອ Israel ໄດ້ບຸກໂຈມຕີທາງອາກາດ ເມື່ອວັນທີ 19/5/2021 (ພາບ: THX/TTXVN )     ທີ່ການປະຊຸມຄັ້ງສຸດທ້າຍໃນປີ 2021 ກ່ຽວກັບສະພາບການຢູ່ຕາເວັນອອກກາງ ເມື່ອວັນທີ 21 ທັນວາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຕີລາຄາວ່າ: ສະພາບການຢູ່ຕາເວັນອອກກາງ ຍັງຂາດສະຖຽນລະພາບ. ໃນນັ້ນ, ການຜັນແປຢູ່ບັນດາເຂດດິນແດນຂອງຊາວ ປາແລັດສະຕິນ ຊື່ງແມ່ນສ່ວນໜຶ່ງທີ່ມີຄວາມສຳຄັນໃນວິວັດການສັນຕິພາບຢູ່ຕາເວັນອອກກາງ ຍັງມີຄວາມເຄັ່ງຕຶງ.
TAG
VOV/VOVworld/​ຕາ​ເວັນ​ອອກ​ກາງ/ສິ່ງ​ທ້າ​ທາຍ ແລະ ຄວາມ​ຫວັງ/ການໃຊ້ຄວາມຮຸນແຮງ/ຢູໄນເຕັດ ເອມີເລັດ (UAE)/