VOV WorldVOV World
ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ເພື່ອ​ກ້າວ​ເຂົ້າ​ສູ່​ສັງ​ກາດ​ບຸກ​ບືນ
20/01/2025 09:35
(VOVWORLD) - ໃນຊຸມມື້ນີ້, ຫວຽດນາມ ພວມກະກຽມຕ້ອນຮັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດເກືອບ 1000 ຄົນ ທີ່ມາຈາກກວ່າ 40 ປະເທດ ແລະ ເຂດແຄວ້ນໃນໂລກກັບຄືນເມືອປະເທດ ເຂົ້າຮ່ວມລາຍການ ລະດູບານໃໝ່ແຫ່ງບ້ານເກີດເມືອງນອນປີ 2025. ນີ້ແມ່ນການເຄື່ອນໄຫວປະຈຳປີ ເມື່ອປີໃໝ່ລະດູບານໃໝ່ວຽນມາ, ເຫດການດັ່ງກ່າວໄດ້ຢັ້ງຢືນຄຸນຄ່າຂອງນ້ຳໃຈມະຫາສາມັກຄີທົ່ວປວງຊົນທັງຊາດ ຂະນະທີ່ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ເປັນສ່ວນໜຶ່ງທີ່ບໍ່ອາດຕັດແຍກອອກຈາກຜົນສຳເລັດ, ສິ່ງທ້າທາຍຂອງປະເທດຊາດໄດ້. ໃນສັງກາດໃໝ່, ສັງກາດບຸກບືນຂອງຊາດ, ຈິດໃຈນັ້ນ ຍິ່ງໄດ້ຮັບການເສີມຂະຫຍາຍຢ່າງແຮງກວ່າອີກ.
ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ເພື່ອ​ກ້າວ​ເຂົ້າ​ສູ່​ສັງ​ກາດ​ບຸກ​ບືນ
ປະຫວັດສາດຕົວຈິງໄດ້ພິສູດໃຫ້ເຫັນວ່າ, ບໍ່ວ່າໃນໄລຍະປະຫວັດສາດໃດ, ເລື່ອງເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ, ເຕົ້າໂຮມກຳລັງແຮງຂອງ ຫວຽດນາມ ຢູ່ພາຍໃນ ແລະ ຕ່າງປະເທດ, ລ້ວນແຕ່ນຳມາເຊິ່ງບັນດາຜົນສຳເລັດສຳຄັນໃຫ້ແກ່ປະເທດຊາດ.
TAG
VOV/VOVworld/ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ/ຮ່ວມ​ແຮງ​ຮ່ວ​ມ​ໃຈ/ພັດ​ທະ​ນາ​ປະ​ເທດ​ຊາດ

More