ສານສີຂຽວຈາກກອງປະຊຸມ WEF ຕະຫຼຽນ
25/06/2024 07:25
(VOVWORLD) - ກອງປະຊຸມບັນດາຜູ້ນຳໜ້າຄັ້ງທີ 15 ຂອງເວທີປາໄສເສດຖະກິດໂລກ (WEF 15), ຫຼື ຍັງເອີ້ນວ່າ Davos ລະດູແລ້ງ, ເຊິ່ງດຳເນີນແຕ່ວັນທີ 25 – 27 ມິຖຸນາ ຢູ່ນະຄອນ ຕະຫຼຽນ, ແຂວງ ຫຼຽວໜິງ, ຈີນ. ດ້ວຍຫົວຂໍ້ “ບັນດາຂົງເຂດເຕີບໂຕໃໝ່”, ກອງປະຊຸມໄດ້ຍາດເວລາສ່ວນຫຼາຍເພື່ອປຶກສາຫາລືກ່ຽວກັບຫຼາຍຫົວຂໍ້ທີ່ກ່ຽວຂ້ອງເຖິງການສ້າງຮູບແບບເຕີບໂຕສີຂຽວ ແລະ ຍືນຍົງໃຫ້ອະນາຄົດ.

ນັບແຕ່ປີ 2007, ເມື່ອ WEF ຈັດກອງປະຊຸມຄັ້ງທຳອິດຢູ່ ຈີນ, ທຽນຈີນ ແລະ ຕະຫຼຽນ ເຊິ່ງເປັນສອງນະຄອນ ຜັດປ່ຽນກັນ ຈັດເວທີປາໄສ “Davos ລະດູແລ້ງ”. ນີ້ກໍແມ່ນກອງປະຊຸມສຳຄັນຄັ້ງທີ 2 ໃນປີຂອງ WEF, ພາຍຫຼັງທີ່ WEF Davos ໄດ້ດຳເນີນເມື່ອຕົ້ນປີ ຢູ່ນະຄອນ Davos ຂອງ ສະວິດ.
TAG
VOV/VOVworld/WEF/ຕະຫຼຽນ/ຈີນ/ເວທີເສດຖະກິດໂລກ/ເສດຖະກິດສີຂຽວ
Related








