ສານຢ່າງແຮງຂອງທ່ານນາຍົກລັດຖະມົນຕີຝາກເຖິງບັນດານັກລົງທຶນ
03/03/2025 08:35
(VOVWORLD) - ໃນທ້າຍອາທິດຜ່ານມາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ມີການໂອ້ລົມສົນທະນາກັບບັນດາກຸ່ມບໍລິສັດ, ວິສາຫະກິດໃຫຍ່ຂອງບັນດາຄູ່ຮ່ວມມືການຄ້າສຳຄັນແຖວໜ້າກັບ ຫວຽດນາມ, ເຊັ່ນ: ຈີນ, ສ.ເກົາຫຼີ, ສະຫະພາບເອີຣົບ, ຍີ່ປຸ່ນ. ສານສຳຄັນເຊິ່ງນາຍົກລັດຖະມົນຕີ ຫວຽດນາມ ຢາກຝາກເຖິງບັນດາວິສາຫະກິດນັ້ນແມ່ນ ຫວຽດນາມ ພ້ອມແລ້ວທີ່ຈະສ້າງເງື່ອນໄຂສະດວກທີ່ສຸດເພື່ອໃຫ້ບັນດານັກລົງທຶນມີຄວາມອຸ່ນອ່ຽນໃຈລົງທຶນຍາວນານຢູ່ ຫວຽດນາມ, ບົນຈິດໃຈ ພ້ອມກັນຊະນະ.

ໃນລະຫວ່າງວັນທີ 28 ກຸມພາ ຫາວັນທີ 3 ມີນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ມີການໂອ້ລົມສົນທະນາກັບບັນດານັກລົງທຶນມາຈາກ ຈີນ, ອາເມລິກາ, ຍີ່ປຸ່ນ, ສະຫະພາບເອີຣົບ… ຢ່າງລຽນຕິດ. ນາຍົກລັດຖະມົນຕີ ຫວຽດນາມ ໄດ້ຮັບຟັງຄວາມມຸ່ງມາດປາດຖະໜາ, ຂໍ້ສະເໜີແນະຂອງບັນດານັກລົງທຶນ, ພ້ອມດຽວກັນນັ້ນ ກໍ່ຢັ້ງຢືນຄຳໝັ້ນສັນຍາຢາກໃຫ້ບັນດານັກລົງທຶນຮ່ວມເດີນທາງພ້ອມກັບ ຫວຽດນາມ ໃນໄລຍະເຕີບໃຫຍ່ໃໝ່.
TAG
VOV/VOVworld/ນັກລົງທຶນ/ວິສາຫະກິດ/ນາຍົກລັດຖະມົນຕີ/ສະຖຽນລະພາບ
Related
More








