ສ້າງຈຸດຢືນໃຫ້ແກ່ໝາກໄມ້ຫວຽດນາມໃນຕະຫຼາດໂລກ
26/12/2016 14:18
ພ້ອມກັບບັນດາປະເພດສິນຄ້າຕົ້ນຕໍນັ້ນ, ການສົ່ງອອກໝາກໄມ້ຫວຽດນາມໃນປີ 2016 ໄດ້ເປັນຂີດໝາຍການເຕີບໂຕສູງ ດ້ວຍວົງເງິນສົ່ງອອກບັນລຸປະມານ 2,6 ຕື້ USD
ພ້ອມກັບບັນດາປະເພດສິນຄ້າຕົ້ນຕໍນັ້ນ, ການສົ່ງອອກໝາກໄມ້ຫວຽດນາມໃນປີ 2016 ໄດ້ເປັນຂີດໝາຍການເຕີບໂຕສູງ ດ້ວຍວົງເງິນສົ່ງອອກບັນລຸປະມານ 2,6 ຕື້ USD. ພິເສດ ແມ່ນພາຍຫຼັງຫຼາຍປີ, ສິນຄ້າປະເພດໝາກໄມ້ໄດ້ແຊກຊຶມເຂົ້າຕະຫຼາດໃຫຍ່ບາງແຫ່ງ ແລະ ບືນຕົວຂຶ້ນກາຍເປັນສິນຄ້າປະເພດສົ່ງອອກທີ່ໜ້າປະທັບໃຈໃນປີ 2016, ອັນໄດ້ສ້າງກຳລັງຊຸກຍູ້ໃຫ້ແກ່ສິນຄ້າປະເພດນີ້ສາມາດຢຶດຄອງຕະຫຼາດດ້ວຍອັດຕາສູງກ່ວາໃນໄລຍະທີ່ຈະມາເຖິງ. ໝາກໄມ້ຫວຽດນາມຖືກວາງຂາຍຢູ່ຕະຫຼາດ ສ.ເຊັກໂກ ປີ 2016, ໃນສະພາບເສດຖະກິດໂລກຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງດ້ວຍການຜັນແປທີ່ຫຼຸດລົງແຮງ ນັບທັງການສະໜອງ ແລະ ຄວາມຕ້ອງການໃນຕະຫຼາດ, ແຕ່ວົງເງິນສົ່ງອອກເວົ້າລວມຂອງຫວຽດນາມຍັງຄົງສືບຕໍ່ຮັກສາທ່າອຽງເພີ່ມຂຶ້ນ, ໃນນັ້ນສິນຄ້າປະເພດໝາກໄມ້ແມ່ນໝວກສິນຄ້າມີການເຕີບໂຕດີທີ່ສຸດກ່ຽວກັບມູນຄ່າການສົ່ງອອກ.
TAG
vovworld/ໝາກໄມ້
Related








