ສ້າງກຳລັງໜູນໃໝ່ເພື່ອພ້ອມກັນເສີມສ້າງອະນາຄົດຂອງອາຊີ-ປາຊີຟີກ
09/12/2016 14:31
ກອງປະຊຸມບັນດາເຈົ້າໜ້າທີ່ອາວຸໂສເວທີປາໄສເສດຖະກິດອາຊີ-ປາຊີຟີກ APEC ຢ່າງບໍ່ເປັນທາງການ(ISOM-APEC) 2017, ການເຄື່ອນໄຫວເລີ່ມດຳເນີນປີ APEC ໂດຍຫວຽດນາມເປັນເຈົ້າພາບຈັດຕັ້ງ ໄດ້ຖືກໄຂຂຶ້ນຢູ່ຮ່າໂນ້ຍ

ກອງປະຊຸມບັນດາເຈົ້າໜ້າທີ່ອາວຸໂສເວທີປາໄສເສດຖະກິດອາຊີ-ປາຊີຟີກ APEC ຢ່າງບໍ່ເປັນທາງການ(ISOM-APEC) 2017, ການເຄື່ອນໄຫວເລີ່ມດຳເນີນປີ APEC ໂດຍຫວຽດນາມເປັນເຈົ້າພາບຈັດຕັ້ງ ໄດ້ຖືກໄຂຂຶ້ນຢູ່ຮ່າໂນ້ຍ. ຕໍ່ໜ້າບັນດາການຫັນປ່ຽນຢ່າງເລິກເຊິ່ງໃນໂລກ ແລະ ທ່າອຽງຮ່ວມສຳພັນໃນພາກພື້ນ ແລະ ໃນ APEC ນັບມື້ນັບເລິກເຊິ່ງ ກ້ວາງຂວາງນັ້ນ, ການຈັດຕັ້ງປີ APEC 2017, ກອງປະຊຸມ ISOM-APEC ໄດ້ສະແດງວິໄສທັດຍຸດທະສາດຂອງຫວຽດນາມກ່ຽວກັບ ອາຊີ-ປາຊີຟີກ, ຍົກອອກບັນດາບຸລິມະສິດລະອຽດເພື່ອຊຸກຍູ້ການຮ່ວມມື APEC ຢ່າງມີປະສິດທິຜົນ ແລະ ແທດຈິງກ່ວາໃນໄລຍະທີ່ຈະມາເຖິງ. ກອງປະຊຸມບັນດາເຈົ້າໜ້າທີ່ອາວຸໂສເວທີປາໄສເສດຖະກິດອາຊີ-ປາຊີຟີກ APEC ຢ່າງບໍ່ເປັນທາງການ 2017 ມີຜູ້ແທນປະມານ 400 ຄົນຊຶ່ງແມ່ນບັນດານັກການເມືອງ, ນັກຮຽນຮູ້, ວິສາຫະກິດຂອງບັນດາພື້ນຖານເສດຖະກິດສະມາຊິກ APEC ແລະ ບັນດາອົງການສາກົນທັງຢູ່ພາຍໃນ ແລະ ນອກພາກພື້ນໄດ້ເຂົ້າຮ່ວມ ISOM-APEC ຄັ້ງນີ້. ໃນສະຖານະການໂລກ ແລະ ພາກພື້ນພວມຫັນປ່ຽນຢ່າງວ່ອງໄວກວ່າ ແລະ ຍາກທີ່ຈະຄາດຄິດລ່ວງໜ້າໄດ້, ພິເສດແມ່ນທ່າອ່ຽງປົກປ້ອງ ແລະ ມຸ່ງໄປສູ່ພາຍໃນໄດ້ພົ້ນເດັ່ນຂຶ້ນຢູ່ບາງແຫ່ງ, ນີ້ແມ່ນຈຸດເວລາທີ່ APEC ຄວນເສີມຂະຫຍາຍບົດບາດຊັກຈູງ, ຊຸກຍູ້ການເຕີບໂຕແບບຍືນຍົງ, ຮ່ວມສຳພັນຢ່າງເລິກເຊິ່ງກ້ວາງຂວາງ, ປັບປຸງລະບົບການຄ້າຫຼາຍຝ່າຍ. ພ້ອມກັນນັ້ນ, APEC ຄວນຢືນຢັນບົດບາດນຳໜ້າລິເລີ່ມແນວຄວາມຄິດ ແລະ ປະສານງານບັນດາກົນໄກຮ່ວມມືເສດຖະກິດພາກພື້ນ, ພິເສດແມ່ນໃນບັນດາບັນຫາການຄ້າ ການລົງທຶນລຸ່ນໃໝ່. ເພາະສະນັ້ນ, ດ້ວຍຫົວເລື່ອງທີ່ຫວຽດນາມໄດ້ເລືອກເຟັ້ນໃຫ້ທັງປີ APEC 2017 ຄື “ສ້າງກຳລັງໜູນໃໝ່ເພື່ອພ້ອມກັນເສີມສ້າງອະນາຄົດຮ່ວມ ” ແມ່ນມີຄວາມໝາຍສຳຄັນ. ທີ 1 , ແມ່ນສ່ອງແສງທັດສະນະລວມຂອງບັນດາພື້ນຖານເສດຖະກິດ APEC ກ່ຽວກັບການຊອກຫາ “ກຳລັງຫນູນໃໝ່” ໃຫ້ແກ່ການເຊື່ອມໂຍງ, ຮ່ວມສຳພັນ ແລະ ເຕີບໂຕເສດຖະກິດຂອງ ອາຊີ-ປາຊີຟີກ. ທີ 2 ແມ່ນສະແດງໃຫ້ເຫັນເປົ້າໝາຍລວມ ແລະ ຍາວນານຂອງ APEC ແລະ ອາຊີ-ປາຊີຟີກກ່ຽວກັບການເສີມສ້າງອະນາຄົດລວມ, ນັ້ນແມ່ນສັນຕິພາບ, ສະຖຽນລະພາບ, ການພັດທະນາ ແລະ ວັດທະນາຖາວອນ. ທີ 3 ແມ່ນສະແດງໃຫ້ເຫັນຄວາມຫວັງກ່ຽວກັບການພັດທະນາໃໝ່ຂອງ APEC ໃນປີ 2017, ປະກອບສ່ວນຢືນຢັນທີ່ຕັ້ງບົດບາດຂອງເວທີປາໄສໃນສະພາບການໃໝ່.
TAG
vovworld/ເວທີປ່າໄສ
Related








