VOV WorldVOV World
ສ້າງສາເຂດກາຊາຄືນໃໝ່ : ຄວາມຈິງຍັງຄົງຢູ່ທາງໜ້າ
15/10/2014 12:16
ກອງ​ປະຊຸມ​ບັນດາ​ນັກ​ອຸປະຖຳ​ສາກົນ​ໄດ້​ຖືກ​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ ກາຍ​ໂຣປະ​ເທດ​ອີ​ຢິບ​ເມື່ອ​ວັນ​ທີ 12/10 ​ໄດ້​ແຜ່​ບໍລິຈາກ​ເງິນ​ເປັນ​ຈຳ​ນວນ 5,4 ຕື້ USD ​ໃຫ້​ແກ່​ກິດຈະການ​ສ້າງສາ​ເຂດ​ກາ​ຊາ​ຄືນ​ໃໝ່....
ສ້າງສາເຂດກາຊາຄືນໃໝ່ : ຄວາມຈິງຍັງຄົງຢູ່ທາງໜ້າ
   ກອງ​ປະຊຸມ​ບັນດາ​ນັກ​ອຸປະຖຳ​ສາກົນ​ໄດ້​ຖືກ​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ ກາຍ​ໂຣປະ​ເທດ​ອີ​ຢິບ​ເມື່ອ​ວັນ​ທີ 12/10 ​ໄດ້​ແຜ່​ບໍລິຈາກ​ເງິນ​ເປັນ​ຈຳ​ນວນ 5,4 ຕື້ USD ​ໃຫ້​ແກ່​ກິດຈະການ​ສ້າງສາ​ເຂດ​ກາ​ຊາ​ຄືນ​ໃໝ່. ບັນດາ​ນັກ​ອຸປະຖຳຍັງ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ຈະ​ປ່ອຍ​ບັນດາ​ບ້ວງ​ເງິນ​ຊ່ວຍ​ເຫຼືອ​ໂດຍ​ໄວ. ນີ້​ອາດ​ຈະ​ຮັບ​ຖື​ວ່າ ​ແມ່ນ​ຜົນສຳ​ເລັດ​ກ່ຽວ​ກັບ​ການ​ລະດົມ​ແຫຼ່ງທຶນ​ເພື່ອ​ຊ່ວຍ​ຊາວ ປາ​ແລັດ​ສະຕິ​ນຢູ່​ເຂດ ກາຊາ ຟື້ນ​ຟູ​ການ​ດຳ​ລົງ​ຊີວິດ ​ແລະ ​ເສດຖະກິດ, ​ແຕ່​ສັງ​ເກດ​ລວມ​ແລ້ວ, ຫາງສຽງຍັງ​ຄົງ​ວິ​ຕົກ​ກັງວົນກ່ຽວກັບປະສິດທິ​ຜົນ​ແທ້​ຈິງ​ຂອງ ກິດຈະການ​ສ້າງສາ​ເຂດ​ກາ​ຊາ​ຄືນ​ໃໝ່ນີ້ ຂະນະ​ທີ່​ຍັງ​ປະສົບ​ກັບ​ສິ່ງ​ທ້າ​ທາຍ​ນາໆ​ປະການ. ຊາກ​ຫັກ​ພັງ​ຢູ່​ເຂດ​ກາ​ຊາ ພາຍຫຼັງຖືກ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ     ເຂດ​ກາ​ຊາ ຖືກ​ທຳລາຍ​ຢ່າງ​ໜັກໜ່ວງ​ພາຍຫຼັງ​ບັ້ນ​ບຸກ​ໂຈມ​ຕີ​ຂອງ​ອິດສະຣາ​ແອນທີ່​ດຳ​ເນີນ​ເປັນ​ເວລາ 50 ວັນ​ໂດຍ​ໃສ່​ຊື່ວ່າ “ ປົກ​ປັກ​ຮັກສາ​ຊາຍ​ແດນ ”​ເມື່ອ​ເດືອນ 7 ​ແລະ ​ເດືອນ 8 ທີ່​ຜ່ານ​ມາ. ມີ​ຜູ້​ເສຍ​ຊີວິດ​ກວ່າ 2 ພັນ​ຄົນ ​ແລະ ກວ່າ 1 ​ແສນ​ຄົນ​ຖືກ​ສູນ​ເສຍ​ເຮືອນ​ຢູ່. ຈຳນວນ​ຜູ້​ວ່າງ​ງານ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ກະ​ໂດດ​ຂັ້ນ. ​ໄພ​ອຶດຫິວ​ໄດ້​ເກີດ​ຂຶ້ນ​ຢູ່​ທົ່ວ​ທຸກ​ແຫ່ງ​ຍ້ອນ​ການ​ຜະລິດອຶດ​ອາດ​ຊັກ​ຊ້າ ​ໃນ​ຂະນະ​ທີ່​ແຫຼ່ງສະໜອງ​ທັນ​ຍາ​ຫານ, ອາຫານ ​ແມ່ນ​ບໍ່​ເປັນ​ປົກກະຕິ    ​ໃນ​ຈຳນວນ​ເງິນ​ຊ່ວຍ​ເຫຼືອ 5,4 ຕື້ USD, ກາ​ຕາ​ໄດ້​ໝັ້ນ​ໝາຍ​ປະກອບສ່ວນ 1 ຕື້ USD . ສະຫະພາບ​ເອີ​ລົບ​ປະກາດ​ຈາ​ຍເງິນ 568 ລ້ານ USD . UAE  ​ແລະ ຄູ​ເວດ​ຊ່ວຍ​ເຫຼືອ ປະ​ເທດ​ລະ 200 ລ້ານ USD . ອາ​ເມ​ລິ​ກາ​ຕົກລົງ​ຊ່ວຍ​ເຫຼືອ 212 ລ້ານ USD .
TAG
vov/vovworld/ຕາ​ເວັນ​ອອກ​ກາງ

More