VOV WorldVOV World
ສ້າງທ່ວງ​ທ່າ​ເພື່ອ​ໃຫ້​ປະ​ເທດ​ຊາດ​ກ້າວ​ເຂົ້າ​ສູ່​ສັງ​ກາດ​ໃໝ່
20/10/2025 10:41
(VOVWORLD) - ເມື່ອສະເໜີບົດລາຍງານລັດຖະບານຢູ່ວາລະໄຂກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ທີ່ໄດ້ດຳເນີນໃນຕອນເຊົ້າວັນທີ 20 ຕຸລາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢັ້ງຢືນວ່າ ໃນສະພາບການມີຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການ, ເລື່ອງຜັນຂະຫຍາຍປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ປີ 2025 ແລະ ແຜນການ 5 ປີ 2021 – 2025 ຍັງສາມາດບັນລຸໄດ້ຫຼາຍໝາກຜົນທີ່ຕັ້ງໜ້າ. ບົນພື້ນຖານບັນດາໝາກຜົນທີ່ບັນລຸໄດ້, ລັດຖະບານ ຫວຽດນາມ ສືບຕໍ່ມີຄວາມຕັດສິນໃຈສູງກວ່າ, ມານະພະຍາຍາມຫຼາຍກວ່າເພື່ອປະຕິບັດສຳເລັດບັນດາເປົ້າໝາຍເສດຖະກິດ - ສັງຄົມປີ 2025 ແລະ ໄລຍະ 2026 – 2030.
ສ້າງທ່ວງ​ທ່າ​ເພື່ອ​ໃຫ້​ປະ​ເທດ​ຊາດ​ກ້າວ​ເຂົ້າ​ສູ່​ສັງ​ກາດ​ໃໝ່
  ກ່ຽວກັບສະພາບການເສດຖະກິດປີ 2025 ແລະ ແຜນການ 5 ປີ 2021 – 2025, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢັ້ງຢືນວ່າ ໃນສະພາບການທົ່ວໂລກ ແລະ ພາຍໃນປະເທດມີສິ່ງທ້າທາຍຫຼາຍກວ່າກາລະໂອກາດ ແລະ ຄວາມສະດວກນັ້ນ, ແຕ່ດ້ວຍຄວາມຕັດສິນໃຈຢ່າງສູງ, ຄວາມມານະພະຍາຍາມຢ່າງໃຫຍ່ຫຼວງ, ການກະທໍຳຢ່າງຂ້ຽວຂາດ, ບັນດາເປົ້າໝາຍເສດຖະກິດສັງຄົມລ້ວນແຕ່ບັນລຸໄດ້ ແລະ ລື່ນກາຍຄາດໝາຍທີ່ໄດ້ວາງອອກ, ສ້າງທ່ວງທ່າໃຫ້ແກ່ການປະຕິບັດບັນດາເປົ້າໝາຍພັດທະນາໃນອາຍຸການຈະມາເຖິງປີ 2026 – 2030, ນຳປະເທດຊາດກ້າວເຂົ້າສູ່ສັງກາດໃໝ່.
TAG
VOV/VOVworld/​ບົດ​ລາຍ​ງານລັດ​ຖະ​ບານ​ຢູ່​ວາ​ລະ​ໄຂ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 10/ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ