VOV WorldVOV World
ສາຍພົວພັນອາເມລິກາ-ກູບາເພີ່ມຄວາມເຄັ່ງຕຶງຫຼາຍຂຶ້ນ
27/02/2018 06:04
(VOVWORLD) -ທ້າຍອາທິດທີ່ຜ່ານມາ, ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ປະກາດໃຊ້ຖະແຫຼງການໂດຍສືບຕໍ່ “ ສະພາວະສຸກເສີນລະດັບຊາດ ” ທີ່ມີຕໍ່ກູບາ, ພ້ອມທັງສືບຕໍ່ຮັກສາບັນດາລະບຽບການຈຳກັດການເຄື່ອນໄຫວເຂົ້າທຽບທ່າກຳປັ່ນ ແລະ ເຄື່ອນຍ້າຍຂອງເຮືອ, ກຳປັ່ນທີ່ໄປຍັງກູບາ. ຂໍ້ຕົກລົງສະບັບຫຼ້າສຸດຂອງປະທານາທິບໍດີອາເມລິກາ Donald Trump ໃນນະໂຍບາຍສຳລັບກູບານີ້ ແມ່ນສືບຕໍ່ແມ່ນບາດກ້າວຖອຍຫຼັງທີ່ເປັນໜ້າເສຍດາຍໃນການພົວພັນ 2 ຝ່າຍ, ອັນໄດ້ເຮັດໃຫ້ກູບາ ແລະ ອາເມລິການັບມື້ນັບຫ່າງໄກຈາກກັນ
ສາຍພົວພັນອາເມລິກາ-ກູບາເພີ່ມຄວາມເຄັ່ງຕຶງຫຼາຍຂຶ້ນ
ຂໍ້ຕົກລົງຂອງປະທານາທິບໍດີອາເມລິກາ Donald Trump ຖືກຍົກອອກມາພາຍຫຼັງພຽງ 2-3 ວັນ ທີ່ຄະນະຜູ້ແທນສະມາຊິກສະພາສູງ ອາເມລິກາໄດ້ສິ້ນສຸດການຢ້ຽມຢາມກູບາແຕ່ວັນທີ 19 ຫາ 21 ກຸມພາ ເພື່ອແນໃສ່ຊອກຮູ້ຄວາມຈິງກ່ຽວກັບບັນດາການປ່ຽນແປງທາງດ້ານນະໂຍບາຍການຕ່າງປະເທດຂອງອາເມລິກາທີ່ມີຕໍ່ກູບາ.     ຕາມຂໍ້ຕົກລົງນີ້, ບັນດາກຳປັ່ນທີ່ຂຶ້ນກັບສິດຄຸ້ມຄອງຂອງອາເມລິກາ ຖ້າຫາກແລ່ນເຂົ້າອານາເຂດຂອງກູບາ ໂດຍບໍ່ໄດ້ຮັບອະນຸຍາດນັ້ນ ຈະເປັນການລະເມີດກົດໝາຍຂອງອາເມລິກາ ແລະ ໄປຝືນກັບນະໂຍບາຍຂອງປະເທດຊາດ. ຖະແຫຼງການໂດຍທຳນຽບຂາວຍົກອອກມາ ກໍໄດ້ເຕື້ອງເຖິງບັນດາມາດຕະການເຊັ່ນດຽວກັນທີ່ໄດ້ປະກາດໃຊ້ໃນປີ 1996, 2004 ແລະ 2016.
TAG
VOV/VOVworld/ອາ​ເມ​ລິ​ກາ/ກູ​ບາ

More