ສາຍພົວພັນລະຫວ່າງອາເມລິກາ-ອິນເດຍພວມໄດ້ຮັບການປົວແປງເທື່ອລະກ້າວ
31/07/2014 15:18
ທ່ານລັດຖະມົນຕີ ການຕ່າງປະເທດອາເມລິກາ John Kerry ພວມທຳການຢ້ຽມຢາມອີນເດຍເ ປັນຄັ້ງທຳອິດຢ່າງເປັນທາງການ, ນັບຕັ້ງແຕ່ອິນເດຍມີ ນາຍົກລັດຖະມົນຕີຄົນໃໝ່

ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ John Kerry ພວມທຳການຢ້ຽມຢາມອີນເດຍເປັນຄັ້ງທຳອິດຢ່າງເປັນທາງການ, ນັບຕັ້ງແຕ່ອິນເດຍມີນາຍົກລັດຖະມົນຕີຄົນໃໝ່. ວັນທີ 31/7, ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ John Kerry ແລະ ຄູ່ຕຳແໜ່ງຂອງອິນເດຍ ທ່່ານ Sushama Swaraij ໄດ້ເປັນປະທານຮ່ວມການສົນທະນາຍຸດທະສາດອາເມລິກາ-ອິນເດຍຄັ້ງທີ 5 ເພື່ອປຶກສາຫາລືບັນດາມາດຕະການປົວແປງສາຍພົວພັນ 2 ຝ່າຍຊຶ່ງເຄີຍປະສົບກັບສິ່ງອຸປະສັກຂັດຂວາງໃນໄລຍະທີ່ຜ່ານມາ. ເປັນອັນວ່າ 2 ຝ່າຍອາດຈະປະລະບັນດາຄວາມບໍ່ລົງລອຍກັນເພື່ອພ້ອມກັນປົວແປງ ສາຍພົວພັນລະຫວ່າງ 2 ປະເທດໄດ້ຫຼືບໍ່? ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ John Kerry (ພາບ:reuters) ປະທານາທິບໍດີອາເມລິກາ Barak Obama ເຄີຍຖະແຫຼງໃນເວລາກ່ອນນີ້ 4 ປີ ວ່າ ສາຍພົວພັນລະຫວ່າງອາເມລິກາ-ອິນເດຍອາດຈະກາຍເປັນ ໜຶ່ງໃນບັນດາສາຍພົວພັນຄູ່ຮ່ວມມືທີ່ໝັ້ນຄົງໜັກແໜ້ນໃນສະຕະວັດທີ 21. ແຕ່ມາຮອດປະຈຸບັນ, ສິ່ງນີ້ຍັງບໍ່ທັນໄດ້ຕາມຄວາມມຸ່ງຫວັງ ແລະ ຍັງມີຫຼາຍບັນຫາທີ່ເຮັດໃຫ້ ການພົວພັນ 2 ຝ່າຍບໍ່ຂະຫາຍຕົວ. ເພາະສະນັ້ນ, ໃນການຢ້ຽມຢາມອິນເດຍຂອງ ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ John Kerry ຄັ້ງນີ້, ອາເມລິກາປາດຖະໜາວ່າ 2 ຝ່າຍຈະບັນລຸຄວາມກ້າວໜ້າໃດໜຶ່ງໃນບັນດາໂຄງການຮ່ວມມືດ້ານປ້ອງກັນຊາດ, ປັດເຂ່ຍບັນດາສິ່ງກີດຂວາງ ເພື່ອໃຫ້ບັນດາກຸ່ມບໍລິສັດອາເມລິກາເຂົ້າຮ່ວມບັນດາຂົງເຂດພະລັງງານນິວເຄຼຍ, ກໍຄືມີບັນດາຄຳໝັ້ນສັຍາຂອງອິນເດຍໃນການແບ່ງປັນບັນດາຜົນປະໂຫຍດຢູ່ອາຊີ.
TAG
vov/vovworld/ອາເມລິກາ/ອິນເດຍ
Related








