ຊາວຫວຽດນາມອາໄສຢູ່ຕ່າງປະເທດປະກອບສ່ວນສ້າງສາບ້ານເກີດເມືອງນອນ
11/02/2015 06:00
ໃນບັນດາຜົນງານທີ່ປະເທດຊາດບັນລຸມາໄດ້ໃນບັນດາຂົງເຂດເສດຖະກິດ, ສັງຄົມ, ວັດທະນະທຳໃນປີ 2014 ນັ້ນ, ແມ່ນມີການປະກອບສ່ວນບໍ່ໜ້ອຍຂອງຊາວຫວຽດນາມອາໄສຢູ່ຕ່າງປະເທດ
ໃນບັນດາຜົນງານທີ່ປະເທດຊາດບັນລຸມາໄດ້ໃນບັນດາຂົງເຂດເສດຖະກິດ, ສັງຄົມ, ວັດທະນະທຳໃນປີ 2014 ນັ້ນ, ແມ່ນມີການປະກອບສ່ວນບໍ່ໜ້ອຍຂອງຊາວຫວຽດນາມພວມດຳລົງຊີວິດ ແລະ ເຮັດວຽກຢູ່ກວ່າ 100 ປະເທດ ແລະ ເຂດແຄ້ວນໃນໂລກ. ການປະກອບເຫື່ອແຮງຂອງ ຊາວຫວຽດນາມອາໄສຢູ່ຕ່າງປະເທດກໍເປັນການຢັ້ງຢືນນ້ຳໃຈສາມັກຄີທົ່ວທັງຊາດ, ແມ່ນປະສິດທິຜົນຈາກນະໂຍບາຍຖືປະຊາຄົມ ຊາວຫວຽດນາມອາໄສຢູ່ຕ່າງປະເທດແມ່ນພາກສ່ວນທີ່ບໍ່ອາດຕັດແຍກອອກຈາກຊາດຫວຽດນາມໄດ້. ນັກທຸລະກິດຊາວຫວຽດນາມອາໄສຢູ່ຕ່າງປະເທດມາຮ່ວມກອງປະຊຸມສຳມະນາຢູ່ພາຍໃນປະເທດ ປະຈຸບັນ, ຫວຽດນາມມີຊາວຫວຽດນາມປະມານ 4 ລ້ານຄົນພວມດຳລົງຊີວິດ ແລະ ເຮັດວຽກຢູ່ຕ່າງປະເທດ. ເຖິງວ່າຢູ່ຫ່າງໄກຈາກບ້ານເກີດເມືອງນອນກໍຕາມ, ແຕ່ເຂົາເຈົ້າຍາມໃດກໍອວາຍເມືອຫາປະເທດຊາດດ້ວຍຄວາມໄຝ່ຝັນຢ່າງແຮງກ້າຢາກກໍ່ສ້າງຫວຽດນາມໃຫ້ນັບມື້ນັບຮັ່ງມີສວຍງາມ.
TAG
vov/vovworld/ຊາວຫວຽດນາມອາໄສຢູ່ຕ່າງປະເທດ
Related








