VOV WorldVOV World
ສະກົດແລນແຍກອອກຈາກອັງກິດ: ກາລະໂອກາດພັດທະນາຫຼືລັດທິຊາດຫຍໍ້ທໍ້
18/09/2014 16:17
ວັນ​ທີ 18/9, ຜູ້​ມີ​ສິດເລືອກຕັ້ງຊາວ ສະກົດແລນ ກວ່າ 4 ລ້ານຄົນໄດ້ໄປ ປ່ອນບັດ​ໃນ​ການລົງ​ປະຊາ​ມະຕິ​ກ່ຽວ​ກັບ​ອະນາຄົດ​ຂອງ​ປະ​ເທດ​ຊາດ
ສະກົດແລນແຍກອອກຈາກອັງກິດ: ກາລະໂອກາດພັດທະນາຫຼືລັດທິຊາດຫຍໍ້ທໍ້
ວັນ​ທີ 18/9, ຜູ້​ມີ​ສິດເລືອກຕັ້ງຊາວ ສະກົດແລນ ກວ່າ 4 ລ້ານຄົນໄດ້ໄປ ປ່ອນບັດ​ໃນ​ການລົງ​ປະຊາ​ມະຕິ​ກ່ຽວ​ກັບ​ອະນາຄົດ​ຂອງ​ປະ​ເທດ​ຊາດ. ໝາກຜົນ​ຂອງ​ການ​ປ່ອນ​ບັດ, ຖ້າ​ຫາກ​ບັນລຸ​ອັດຕາ​ບັດ​ຄະ​ແນນ​ເຫັນ​ດີ​ຂອງ​ກວ່າ 50% ຈຳນວນຜູ້​ມີ​ສິດເລືອກຕັ້ງນັ້ນ, ປະເທດເອກະລາດດ້ວຍຈຳນວນປະຊາກອນ 5,3 ລ້ານຄົນອາດຈະຖືກປະກົດຕົວ. ເລື່ອງ ສະກົດແລນສາມາດກາຍເປັນປະເທດທີ່​ວັດທະນາ​ຖາວອນ​ພາຍຫຼັງ​ເອກະລາດ​ໄດ້​ຫຼື​ບໍ່​ນັ້ນ, ກໍ​ແມ່ນ​ສິ່ງ​ທີ່​ບໍ່​ມີ​​ໃຜ​ກ້າ​ນຳ​ມາ​ປຶກສາ​ຫາລື, ​ແຕ່​ມີ​ສິ່ງ​ໜຶ່ງ​ທີ່​ແນ່ນອນ​ວ່າ ການ​ຕັດສິນ​ແຍກ​ອອກ​ຈາກ​ອັງກິດ​ຂອງ ສະກົດແລນ ຈະ​ກໍ່​ໃຫ້​ເກີດບັນດາ​ຜົນ​ພາຍຫຼັງ​ໃດ​ໜຶ່ງ.  (ພາບປະກອບ)     ສະກົດແລນ ຕັ້ງ​ຢູ່​ທາງ​ທິດ​ເໜືອ​ຂອງ​ອັງກິດ, ມີ​ເນື້ອ​ທີ່​ເກືອບ 79.000 ຕາລາງກີ​ໂລ​ແມດ, ດ້ວຍ​ຈຳນວນ​ປະຊາ​ກອນ​ປະມານ 5,3 ລ້ານ​ຄົນ. ​ເສດຖະກິດ​ຕົ້ນຕໍ​ຂອງສະກົດແລນ​ແມ່ນ​ແຫຼ່ງລາຍ​ຮັບ​ຈາກ​ນ້ຳມັນ ​ແລະ ອາຍ​ແກັດ​ຢູ່​ທະ​ເລ ​ແລະ ​ແຕ່​ດົນ​ນານ​ມາ​ແລ້ວ, ສະກົດແລນຍັງ​ຄົງ​ໄດ້​ຮັບ​ຖື​ວ່່າ ​ແມ່ນ​ແຫຼ່ງສະ​ສົມ​ນ້ຳມັນ​ຢ່າງ​ຫຼວງ​ຫຼາຍ. ປະຈຸ​ບັນ, ສະກົດແລນພວມ​ປະກອບສ່ວນ​ປະມານ 10% GDP ​ໃຫ້​ແກ່​ທັງ​ພື້ນຖານ​ເສດຖະກິດ​ລາຊະ​ອານາ​ຈັກ​ອັງກິດ.
TAG
vov/vovworld/ອັງກິດ/ການແຍກຕົວ

More