ສຳພັນທະມິດສາກົນຕ້ານ IS ອາດຈະສຳເລັດພາລະກຳຂອງຕົນໄດ້ຫຼືບໍ່?
25/09/2014 13:37
ພາຍຫຼັງໄດ້ຮັບການສ້າງຕັ້ງມາເປັນເວລາ 2 ອາທິດ, ສຳພັນທະມິດສາກົນຕ້ານກຳລັງທຳສົງຄາມສັກສິດ IS ຢູ່ຕາເວັນອອກກາງ ພວມດຳເນີນບັນດາບາດກ້າວເດີນທຳອິດ

ພາຍຫຼັງໄດ້ຮັບການສ້າງຕັ້ງມາເປັນເວລາ 2 ອາທິດ, ສຳພັນທະມິດສາກົນຕ້ານກຳລັງທຳສົງຄາມສັກສິດແຫ່ງລັດອິດສະລາມໂດຍຂະໜານນາມເອງ IS ຢູ່ຕາເວັນອອກກາງ ພວມດຳເນີນບັນດາບາດກ້າວເດີນທຳອິດເພື່ອແນໃສ່ດັບສູນກຸ່ມກຳລັງກະບົດທີ່ໂຫດຮ້າຍສາມານນີ້. ຈຳນວນບັນດາປະເທດໃຫ້ຄຳໝັ້ນສັນຍາເຂົ້າຮ່ວມ ສຳພັນທະມິດສາກົນໂດຍອາເມລິກາລິເລີ່ມ ໄດ້ນັບມື້ນັບເພີ່ມຂຶ້ນ, ປະຈຸບັນໄດ້ຂຶ້ນເຖິງ 54 ປະເທດແລ້ວ. ແຕ່ສຳພັນທະມິດສາກົນນີ້ ຈະຮ່ວມສຳພັນນຳກັນຢ່າງແທ້ຈິງເພື່ອປະຕິບັດສຳເລັດພາລະກຳຂອງຕົນໄດ້ຫຼືບໍ່? ມາຮອດປະຈຸບັນ ຍັງຄົງແມ່ນຄຳຖາມທີ່ຜູ້ຄົນທັງຫຼາຍພວມມີຄວາມສົນໃຈທີ່ສຸດ. ຕາເວັນອອກກາງໃນປະຈຸບັນ, ຍັງຄົງແມ່ນພາກພື້ນເກີດວິກິດການທີ່ຮ້າຍແຮງ ແລະ ຕໍ່ເນືອງ, ອັນໄດ້ເຮັດໃຫ້ການສ້າງພື້ນຖານການປ້ອງກັນຄວາມສະຫງົບຄືນໃໝ່ໃນພາກພື້ນນີ້ ເກືອບຄືວ່າ ແມ່ນໜ້າທີ່ຊຶ່ງບໍ່ສາມາດປະຕິບັດໄດ້. ໃນຂະນະທີ່ສົງຄາມກາງເມືອງຢູ່ຊີຣີ ແມ່ນຍັງບໍ່ທັນໄດ້ຮັບການແກ້ໄຂໄດ້, ອຳນາດການປົກຄອງອີຣັກຍັງອ່ອນແອນັ້ນ, ການຟື້ນຕົວຂອງອົງການ ລັດອິດສະລາມໂດຍຂະໜານນ າມ ເອງ IS ໄດ້ກາຍເປັນໄພນາບຂູ່ຕໍ່ຄວາມສະຫງົບທີ່ລ່ວງເກີນຂອບເຂດພາກພື້ນ. ຄວາມໂຫດຮ້າຍສາມານຂອງກຳລັງກະບົດ IS , ພິເສດແມ່ນດ້ວຍບັນດາການກະທຳເຂັ່ນຂ້າບັນດານັກຂ່າວ, ຕົວປະກັນນັ້ນ, ໄດ້ພາໃຫ້ເກີດມີຄວາມຮຽກຮ້ອງຕ້ອງການໂດຍດ່ວນໃນໂລກວ່າ ຕ້ອງກະທຳຢ່າງຮີບດ່ວນ, ຮຽງບ່າຮຽງໄຫຼ່ເພື່ອຮັບມືກັບ ກຸ່ມກຳລັງກະບົດທີ່ໂຫດຮ້າຍສາມານນີ້. ເພື່ອປະຕິບັດຍຸດທະສາດຮອບດ້ານແນໃສ່ດັບສູນ IS ນັ້ນ, ຕາມນັ້ນແລ້ວ, ກໍໄດ້ເປີດກ້ວາງບັ້ນບຸກໂຈມຕີທາງອາກາດໃສ່ເປົ້າໝາຍຕ່າງໆຂອງ IS ຊຶ່ງບໍ່ພຽງແຕ່ຢູ່ອີຣັກ ແລະ ນັບທັງຢູ່ພາຍໃນເຂດດິນແດນຊີຣີອີກດ້ວຍ. ຮຸ່ງເຊົ້າວັນທີ 23/9, ວໍຊິງຕັນໄດ້ດຳເນີນການບຸກໂຈມຕີທາງອາກາດເຂົ້າເຂດດິນແດນຊີຣີ ແນໃສ່ກວາດລ້າງບັນດາເຮືອນຮັງຂອງກຸ່ມກຳລັງກະບົດ IS. ດ້ວຍການເຂົ້າຮ່ວມຂອງບັນດາກຳປັ່ນພິຄາດ USS Arleigh Burke ທີ່ປະກອບລູກສອນໄຟ Tomahawk ຢູ່ກາງທະເລແດງ ແລະ ກຳປັ່ນລາດຕະເວນ ປະກອບລູກສອນໄຟນຳວິຖີ USS Philipines Sea ຢູ່ທາງທິດເໜືອອ່າວເປີເຊຍ, ບັນດາການບຸກໂຈມຕີທາງອາກາດຂອງອາເມລິກາໄດ້ທຳລາຍພື້ນຖານໂຄງລ່າງຫຼາຍແຫ່ງ ແລະ ອາວຸດຍຸດທະພັນທີ່ສຳຄັນຂອງ IS. ກ່ອນໜ້ານັ້ນ, ອາເມລິກາໄດ້ດຳເນີນການບຸກໂຈມຕີທາງອາກາດເກືອບ 200 ຄັ້ງຢູ່ອີຣັກ ນັບຕັ້ງແຕ່ເດືອນ 8 ເປັນຕົ້ນມາ. ເຮືອບິນສູ້ຮົບຂອງອາເມລິກາ (ພາບ:Utah People's Post)
TAG
vov/vovworld/ລັດອິດສະລາມ/ອາເມລິກາ
Related








