ສະພາແຫ່ງຊາດຫວຽດນາມ ປ່ຽນໃໝ່ເພື່ອພັດທະນາ
28/03/2012 07:34
ໃນວາລະອັດກອງປະຊຸມຄັ້ງທີ 6 ຄະນະປະຈຳສະພາແຫ່ງຊາດຫວຽດນາມ ເມື່ອວັນທີ 28/3, ຜູ້ແທນຫຼາຍທ່ານໄດ້ຍົກອອກບັນດາມາດຕະການປ່ຽນໃໝ່ການເຄື່ອນໄຫວຂອງສະພາແຫ່ງຊາດ

ເລື່ອງປ່ຽນໃໝ່, ຍົກສູງຄຸນນະພາບ, ປະສິດທິຜົນການເຄື່ອນໄຫວຂອງສະພາແຫ່ງຊາດຫວຽດນາມ ແມ່ນໜື່ງໃນບັນດາຄວາມຕ້ອງການອັນຈຳເປັນ ເພື່ອແນໃສ່ຕອບສະໜອງຄຳຮຽກຮ້ອງການສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມໃນສະພາບການປະຈຸບັນ. ເນື້ອໃນດັ່ງກ່າວໄດ້ຮັບການສ້າງເປັນແຜນຮ່າງ ແລະ ໃນຂອບເຂດວາລະປະຊຸມຄັ້ງທີ 6 ຄະນະປະຈຳສະພາແຫ່ງຊາດຫວຽດນາມ ຊື່ງໄດ້ອັດລົງໃນວັນທີ 28/3, ຜູ້ແທນຫຼາຍທ່ານສືບຕໍ່ຍົກອອກບັນດາມາດຕະການປ່ຽນໃໝ່ການເຄື່ອນໄຫວຂອງສະພາແຫ່ງຊາດຢ່າງຮອບດ້ານ, ໃນນັ້ນເອົາໃຈໃສ່ເປັນພິເສດເຖິງການເຄື່ອນໄຫວຊັກຖາມ, ຈັດສະໄໝປະຊຸມ, ການພົບປະກັບຜູ້ມີສິດເລືອກຕັ້ງຂອງສະມາຊິກສະພາແຫ່ງຊາດ.
TAG
ຄະນະປະຈຳ/ຄັ້ງທີ 6. ຊັກຖາມ/ຜູ້ມີສິດເລືອກຕັ້ງ/ຜູ້ແທນ
Related
More








