ສະພາແຫ່ງຊາດມີຄວາມປະເອີບໃຈຕໍ່ຄາດໝາຍ ການເຕີບໂຕເສດຖະກິດປີ 2018
06/06/2018 08:44
(VOVWORLD) - ນັບແຕ່ຕົ້ນປີ 2018 ມາຮອດປັດຈຸບັນ, ເສດຖະກິດມະຫາພາກສືບຕໍ່ເປັນປົກກະຕິ; ໄພເງິນເຟີ້ໄດ້ຮັບການຄວບຄຸມ; ນະໂຍບາຍເງິນຕາໄດ້ຮັບການບໍລິຫານຍັງເປັນເຈົ້າການ, ມີໄຫວພິບ; ໜູນຊ່ວຍບັນດາອົງການສິນເຊື່ອທີ່ປະສົບກັບຄວາມຫຍຸ້ງຍາກໄດ້ຢ່າງທັນການ,

ຄາດໝາຍການເຕີບໂຕ GDP ຂອງ ຫວຽດນາມ ປີ 2018 ວາງອອກແມ່ນໃຫ້ບັນລຸໄດ້ 6,7%. ທີ່ກອງປະຊຸມສະໄໝສາມັນເທື່ອທີ 5 - ສະພາແຫ່ງຊາດຊຸດທີ 14 ພວມດຳເນີນໄປຢູ່ ຮ່າໂນ້ຍ, ບັນດາສະມາຊິກສະພາແຫ່ງຊາດຖືວ່າ: ພື້ນຖານເສດຖະກິດຂອງປະເທດຊາດພວມພັດທະນາດີຂຶ້ນ, ສະພາບແວດລ້ອມແຫ່ງການລົງທຶນພວມມີບັນດາປັດໄຈສະດວກຫລາຍຢ່າງ ເຖິງວ່າຍັງປະສົບກັບສິ່ງທ້າທາຍບໍ່ໜ້ອຍກໍ່ຕາມ ຄືດຶງດູດການລົງທຶນຈາກຕ່າງປະເທດ, ໜີ້ສາທາລະນະຍັງຢູ່ໃນລະດັບສູງ…ຄາດໝາຍການເຕີບໂຕວາງອອກ ອາດຈະບັນລຸໄດ້ຢ່າງແນ່ນອນ. (ພາບປະກອບ) ຕາມບົດລາຍງານ ໂດຍທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ເຈືອງຮ່ວາບີງ ສະເໜີຕໍ່ສະພາແຫ່ງຊາດ ແລະ ຜູ້ມີສິດເລືອກຕັ້ງໃນທົ່ວປະເທດກ່ຽວກັບສະພາບການເສດຖະກິດ - ສັງຄົມປີ 2017, 7/13 ຕົວເລກຄາດໝາຍເສດຖະກິດ - ສັງຄົມໃນປະເທດ ແມ່ນບັນລຸໄດ້ໝາກຜົນຢ່າງຕັ້ງໜ້າ. ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນ ລະດັບການເຕີບໂຕ GDP ບັນລຸໄດ້ 6,81%, ວົງເງິນການຄ້າສົ່ງອອກເພີ່ມຂຶ້ນກ່ວາ 21% ແລະ ການສົ່ງອອກເກີນດຸນບັນລຸ 2,9 ຕື້ USD. ນີ້ແມ່ນບັນດາສັນຍານທີ່ໝັ້ນແກ່ນໃຫ້ແກ່ການພັດທະນາເສດຖະກິດຂອງ ຫວຽດນາມ ໃນປີ 2018.
TAG
VOV/VOVworld/ສະພາແຫ່ງຊາດ/ຄວາມປະເອີບໃຈ/ການເຕີບໂຕເສດຖະກິດປີ 2018
Related
More








