ສະຖານທີ່ເຄັ່ງຮ້ອນຢູ່ຟີລີບປີນ ແລະ ມີໄພ IS ອາດຈະເປີດກວ້າງການເຄື່ອນໄຫວຢູ່ ອາຊີຕາເວັນອອກສ່ຽງໃຕ້
25/05/2017 09:35
(VOVWORLD) -ພາຍຫລັງເຫດປະທະກັນລະຫວ່າງກຳລັງລັດຖະບານ ແລະ ກຸ່ມກະບົດ, ວັນທີ 24 ພຶດສະພາ, ນະຄອນ Marawi (ເກາະ Mindanao ປະເທດຟິລີບປີນ) ໄດ້ກາຍເປັນຕົວເມືອງທຳອິດຢູ່ ອາຊີຕາເວັນອອກສ່ຽງໃຕ້ ຖືກຮັບການກວດກາຈາກກຳລັງຈົ່ງຮັກພັກດີກັບ IS. ດ້ວຍ 15% ໃນຍອດຈຳນວນຊາວມຸດສະລິມ 1,57 ຕື້ຄົນໃນໂລກ ພວມດຳລົງຊີວິດຢູ່ ອາຊີຕາເວັນອອກສ່ຽງໃຕ້, ເຫດການດັ່ງກ່າວໄດ້ກໍ່ຄວາມວິຕົກກັງວົນວ່າ ພາກພື້ນ ອາຊີ ຕາເວັນອອກສ່ຽງໃຕ້ ອາດຈະກາຍເປັນສະຖານທີ່ເຄັ່ງຮ້ອນ ຮັບສະຫມັກນາຍທະຫານຂອງອົງການລັດອິດສະລາມ (IS) ອ້າງຊື່ເອງ.

ປະທານາທິບໍດີ ຟີລີບປີນ Rodrigo Duterte ພາບ:vietnnam+ ການໃຊ້ຄວາມຮຸນແຮງໄດ້ເກີດຂຶ້ນໃນຄ່ຳຄືນວັນທີ 23 ພຶດສະພາ ພາຍຫລັງກອງທັບ ຟີລີບປີນ ບຸກໂຈມຕີໃສ່ບ່ອນລີ້ຕົວຂອງ Isnilon Hapilon, ຊື່ງແມ່ນຫົວໂປ່ຂອງກຸ່ມກໍ່ການຮ້າຍ ອິດສະລາມ Abu Sayyaf. ດ້ວຍມືປືນກວ່າ 100 ຄົນ ໄດ້ໂຕ້ຕອບຄືນການບຸກໂຈມຕີຂອງກອງທັບ ຟີລີບປີນ ພ້ອມທັງຮຽກຮ້ອງເພີ່ມການລຳລຽງຕື່ມອີກຈາກກຸ່ມພັນທະມິດກະບົດອື່ນ. ພາຍຫລັງການປະທະກັນມາເປັນເວລາຫລາຍຊົ່ວໂມງ, ກຸ່ມກະບົດ Maute ໄດ້ຢຶດຄອງທົ່ວທັງນະຄອນ Marawi, ເມືອງເອກ ແຂວງ Lanao del Sur ຂຶ້ນກັບເກາະ Mindanao ຫ່າງຈາກນະຄອນຫລວງ ມານີລາ ທາງທິດໃຕ້ ປະມານ 830 ກິໂລແມັດ ດ້ວຍພົນລະເມືອງປະມານ 200.000 ຄົນ. ເຫດການດັ່ງກ່າວໄດ້ເຮັດໃຫ້ປະທານາທິບໍດີ ຟີລີບປີນ Rodrigo Duterte ຕ້ອງຖະແຫລງກົດໄອຍະການເສິກໃນທົ່ວເຂດນີ້.
TAG
VOV/VOVworld/ກົດໄອຍະການເສິກ
Related
More








