Shangri - La 12 ກາລະໂອກາດການຮ່ວມມືເພື່ອສັນຕິພາບໃນພາກພື້ນ
31/05/2013 08:22
ກອງປະຊຸມສຸດຍອດຄວາມໝັ້ນຄົງ ອາຊີຄັ້ງທີ 12 (Shangri La 12) ເລີ່ມດຳເນີນໃນ ວັນທີ 31/5 ຢູ່ສິງກະໂປ
(vovworld)- ກອງປະຊຸມສຸດຍອດຄວາມໝັ້ນຄົງ ອາຊີຄັ້ງທີ 12 (Shangri La 12) ເລີ່ມດຳເນີນໃນ ວັນທີ 31/5 ຢູ່ສິງກະໂປ. ໃນຂອບເຂດກອງປະຊຸມ, ຜູ້ຕາງຫນ້າຂອງ 31 ປະເທດຈະເຂົ້າຮ່ວມວາລະປຶກສາຫາລືຄັ້ງຕ່າງໆ, ສຸມໃສ່ບັນດາຫົວເລື່ອງສຳຄັນກ່ຽວກັບການຮ່ວມມືປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ສ້າງຄວາມໄວ້ເນື້ອເຊ່ືອໃຈຢູ່ພາກພື້ນ. ພິເສດທີ່ກອງປະຊຸມປີນີ້, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢູງ ຈະມີບົດປາໄສໄຂກອງປະຊຸມໃນຖານະແມ່ນນັກປະຖະກະຖາຕົ້ນຕໍຂອງເຫດການສຳຄັນດັ່ງກ່າວ.
TAG
ກອງປະຊຸມ Shangri La 12
Related








