ສິດເສລີໃນການເຫລື້ອມໃສສາສະຫນາຢູ່ ຫວຽດນາມຍາມໃດກໍ່ໄດ້ຮັບປະກັນ
06/08/2020 09:24
(VOVWORLD) -ບັນດາອິດທິກຳລັງເປັນປໍລະປັກຕ້ານ, ທຳລາຍ ພັກ ແລະ ລັດຫວຽດນາມ ຍາມໃດກໍ່ມີບັນດາຖ້ອຍທຳນອງທີ່ວ່າ ຢູ່ຫວຽດນາມ ສາສະຫນາຖືກປາບປາມ, ຄວບຄຸມ ແລະ ປະຊາຊົນບໍ່ມີສິດເສລີໃນການເລືອກເຟັ້ນສາສະຫນາ, ການເຊື່ອຖືສາສະຫນາ. ເຖິງຢ່າງໃດກໍຕາມ ຄວາມຈິງ ບັນດາການເຄື່ອນໄຫວດ້ານສາສະຫນາ, ການເຊື່ອຖືສາສະຫນາຖືກຕ້ອງຕາມກົດໝາຍຢູ່ຫວຽດນາມ ແມ່ນມີຫລາຍຮູບແບບ, ຟົດຟື້ນ ແລະ ດຳເນີນໄປຢ່າງກວ້າງຂວາງໃນທົ່ວປະເທດ ແລະ ບໍ່ຖືກເກືອດຫ້າມພາຍໃຕ້ຮູບການໃດ.

ຫວຽດນາມ ແມ່ນປະເທດມີຫລາຍສາສະຫນາ ດ້ວຍ 43 ອົງການຂຶ້ນກັບ 16 ສາສະຫນາ. ພ້ອມກັບການພັດທະນາຂອງອົງການສາສະຫນາ, ຈຳນວນສາສະນິກະຊົນ ແລະ ບັນດາການເຄື່ອນໄຫວສາສະຫນາແມ່ນເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ. ປະຈຸບັນ 95% ຈຳນວນພົນລະເມືອງຫວຽດນາມ ມີການເຄື່ອນໄຫວດ້ານສາສະຫນາ, ໃນນັ້ນ ກວ່າ 24,3 ລ້ານຄົນ ເຊື່ອຖືບັນດາສາສະຫນາແຕກຕ່າງກັນ, ກວມເອົາ 27% ຈຳນວນພົນລະເມືອງ; ມີ ຍົດຖາບັນດາສັກ ເກືອບ 53.000 ຄົນ, 134.000 ຄົນເຮັດວຽກງານທາງສາສະຫນາ ແລະ ມີ 28.000 ຮາກຖານບູຊາ. ບັນດາຕົວເລກດັ່ງກ່າວເປັນການສະແດງໃຫ້ເຫັນຄວາມເປີດອົກເປີດໃຈໃນນະໂຍບາຍກ່ຽວກັບສິດເສລີໃນການເຊື່ອຖື, ສາສະໜາ ຢູ່ ຫວຽດນາມ. ນັ້ນກໍ່ເປັນການສະແດງໃຫ້ເຫັນບັນດາຄຳໝັ້ນສັນຍາຂອງພັກ, ລັດ ແລະ ລັດຖະບານຫວຽດນາມ ໃນແນວທາງນະໂຍບາຍສ້າງລັດແຫ່ງອຳນາດນິຕິບັນຍັດກ່ຽວກັບສາສະຫນາ. ສິ່ງສຳຄັນ ນັ້ນແມ່ນການເຄື່ອນໄຫວດ້ານສາສະຫນາ ແລະ ການເຫລື້ອມໃສສາສະຫນາຂອງປະຊາຊົນແມ່ນຟົດຟື້ນ ແລະ ປະຊາຊົນມີສິດເລືອກເຟັ້ນສາສະຫນາຄືດັ່ງຢູ່ໃນໂລກ. ທ່ານ ໂດ໋ກວາງຮືງ ຫົວຫນ້າສະພາທີ່ປຶກສາດ້ານສາສະຫນາ ສັງກັດ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໃຫ້ຮູ້ວ່າ: “ສາສະຫນາ, ການເຫລື້ອມໃສສາສະຫນາ ແລະ ການເຄື່ອນໄຫວດ້ານຈິດວິນຍານ ແມ່ນ 3 ເສົາຄ້ຳຂອງຊີວິດດ້ານຈິດໃຈຂອງມວນມະນຸດປະຈຸບັນ ແລະ ຢູ່ ຫວຽດນາມ ບັນດາການເຄື່ອນໄຫວນີ້ກໍ່ມີຄວາມຟົດຟື້ນ. ສາສະຫນາຢູ່ ຫວຽດນາມ ແມ່ນມີຫລາຍຮູບແບບ ແລະ ອຸດົມສົມບູນ. ຮາກຖານດ້ານວັດຖຸ, ການເຄື່ອນໄຫວຂອງບັນດາອົງການສາສະຫນາ ຕອບສະຫນອງໄດ້ຕາມຄວາມຕ້ອງການເຄື່ອນໄຫວສາສະຫນາຂອງປະຊາຊົນ. ໃນ 7,8 ປີມານີ້ ຫວຽດນາມ ຍັງສ້າງເງື່ອນໄຂສະດວກໃຫ້ຊາວຕ່າງປະເທດທີ່ດຳລົງຊີວິດ ແລະ ເຮັດວຽກຢູ່ຫວຽດນາມ ໄດ້ເຂົ້າຮ່ວມການເຄື່ອນໄຫວດ້ານສາສະຫນາ”
TAG
VOV/VOVworld/ສາສະໜາ/ເຫຼື້ອມໃສ/ເຊື່ອຖື/ຍົດຖາບັນດາສັກ
Related
More








