ສິດເສລີໃນການເຊື່ອຖື, ການເຫຼື້ອມໃສສາສະໜາຕ້ອງສອດຄ່ອງກັບບັນດາມາດຖານຄຸນສົມບັດທາງສັງຄົມ
04/05/2018 07:29
(VOVWORLD) -ພັກ, ລັດຫວຽດນນາມຍາມໃດກໍເຄົາລົບສິດເສລີໃນການເຊື່ອຖື, ບໍ່ເຊື່ອຖືສາສະໜາຂອງປະຊາຊົນ, ຖືກຕ້ອງຕາມຂໍ້ກຳນົດກົດໝາຍ. ເຖິງຢ່າງໃດກໍຕາມ, ຫວຽດນາມກໍເດັດດ່ຽວປັບໄໝລົງໂທດການກະທຳທີ່ສວຍໃຊ້ສາສະໜາໄປຝືນກັບຮີດຄອງປະເພນີອັນດີງາມຂອງຊາດ, ມາດຖານຄຸນສົມບັດຂອງສັງຄົມ. ບັນຫາດັ່ງກ່າວໂດຍຜູ້ຕາງໜ້າຫ້ອງວ່າການລັດຖະບານຫວຽດນາມຢືນຢັນອີກເທື່ອໜຶ່ງ ທີ່ກອງປະຊຸມນັດສາມັນຂອງລັດຖະບານໄດ້ດຳເນີນໃນວັນທີ 03 ພຶດສະພາຢູ່ຮ່າໂນ້ຍ, ໃນສະພາບການມໍ່ໆມານີ້ ສະມາຄົມສາສະໜາພະເຈົ້າ (ຫຼື ສາສະໜາພະເຈົ້າຜູ້ເປັນແມ່) ໄດ້ມີບັນດາການເຄື່ອນໄຫວເຜີຍແຜ່ສາສະໜາຢ່າງຜິດກົດໝາຍຢູ່ຫຼາຍທ້ອງຖິ່ນໃນທົ່ວປະເທດຫວຽດນາມ, ອັນໄດ້ກໍ່ຄວາມຂັດໃຈໃນຫາງສຽງ.

ກອງປະຊຸມນັດສາມັນຂອງລັດຖະບານ
TAG
VOV/VOVworld/ສິດເສລີ/ສາສະໜາພະເຈົ້າ/ການເຊື່ອຖື/ຄຸນສົມບັດ/
Related
More








