VOV WorldVOV World
ສິດເສລີໃນການພັດທະນາອິນເຕີແນັດຢູ່ ຫວຽດນາມ ແມ່ນສອດຄ່ອງກັບກົດໝາຍສາກົນ
16/06/2022 07:49
(VOVWORLD) - ເຄົາລົບ, ປົກປ້ອງ, ຮັບປະກັນການປະຕິບັດ ແລະ ເປີດກວ້າງສິດ ແລະ ສິດເສລີທາງດ້ານອິນເຕີແນັດ ແມ່ນຄຳໝັ້ນສັນຍາຂອງ ຫວຽດນາມ ເພື່ອປະຕິບັດໂຄງການດຳເນີນງານເພື່ອການພັດທະນາແບບຍືນຍົງຮອດປີ 2030 ຂອງສະຫະປະຊາຊາດໃຫ້ບັນລຸຜົນສຳເລັດ
ສິດເສລີໃນການພັດທະນາອິນເຕີແນັດຢູ່ ຫວຽດນາມ ແມ່ນສອດຄ່ອງກັບກົດໝາຍສາກົນ
ກໍ່ຄ້າຍຄືກັບຫຼາຍປະເທດໃນໂລກ, ຫວຽດນາມ ໄດ້ສ້າງລະບົບກົດໝາຍວ່າດ້ວຍສິດ ແລະ ຄວາມເສລີທາງເຄືອຂ່າຍອິນເຕີແນັດ ເພື່ອແນໃສ່ຮັບປະກັບບັນດາສິດ ແລະ ຄວາມເສລີໂດຍພື້ນຖານໃຫ້ແກ່ມະນຸດ, ຍົກສູງກຳລັງຄວາມສາມາດນຳໃຊ້ບັນດາສິດທິມະນຸດອິນເຕີແນັດ, ພ້ອມທັງຫຼຸດຜ່ອນ ແລະ ປັດເຂ່ຍ ຄວາມສາມາດສົ່ງຜົນກະທົບທີ່ຫຍໍ້ທໍ້ຂອງອິນເຕີແນັດຕໍ່ມະນຸດ. ລະບົບກົດໝາຍດັ່ງກ່າວແມ່ນສອດຄ່ອງກັບສົນທິສັນຍາສາກົນກ່ຽວກັບສິດທິມະນຸດເຊິ່ງ ຫວຽດນາມ ໄດ້ ແລະ ພວມເຂົ້າເປັນສະມາຊິກ.         ຄາດວ່າ, ປະຈຸບັນ ຫວຽດນາມ ມີປະມານ 70 ລ້ານຄົນນຳໃຊ້ອິນເຕີແນັດ, ກວມເອົາເກືອບ 70% ຈຳນວນປະຊາກອນ, ຢືນອັນດັບທີ 7 ໃນຈຳນວນບັນດາປະເທດນຳໃຊ້ອິນເຕີແນັດໃນໂລກ. ປີ 1982, ຫວຽດນາມ ເຂົ້າເປັນສະມາຊິກສົນທິສັນຍາສາກົນກ່ຽວກັບສິດພົນລະເຮືອນ ແລະ ການເມືອງ (ICCPR) ແລະ ສົນທິສັນຍາສາກົນກ່ຽວກັບບັນດາສິດທາງເສດຖະກິດ, ສັງຄົມ ແລະ ວັດທະນະທຳ (ICESCR), ຍອມຮັບບັນດາຄຸນຄ່ານິຕິກຳກ່ຽວກັບສິດທິມະນຸດໃນກົດໝາຍວ່າດ້ວຍສິດທິມະນຸດສາກົນ, ໃນນັ້ນມີບັນດາສິດເສລີໄດ້ຮັບຂໍ້ມູນຂ່າວສານ, ສິດເສລີໃນການປາກເວົ້າ ແລະ ສະແດງຄວາມຄິດເຫັນ ສ່ວນຕົວ. ດ້ວຍໜ້າທີ່ຄວາມຮັບຜິດຊອບແມ່ນກຳມະການປະຈຳສະພາຄວາມໝັ້ນຄົງ ແລະ ສະມາຊິກສະພາສິດທິມະນຸດ ສປຊ, ຍາມໃດ ຫວຽດນາມ ກໍ່ຕັ້ງໜ້າປະຕິບັດບັນດາມະຕິຂອງສະພາ.
TAG
VOV/VOVworld/ຄວາມ​ໝັ້ນ​ຄົງ​ທ​າງ​ເຄືອ​ຂ່າຍ ອິນ​ເຕີ​ເນັດ

More