ສິດສ້າງຕັ້ງສະມາຄົມໄດ້ຮັບຄວາມເຄົາລົບ ແລະ ປະຕິບັດຢູ່ ຫວຽດນາມ
06/04/2018 09:17
(VOVWORLD) -ສິດສ້າງຕັ້ງສະມາຄົມແມ່ນໜຶ່ງໃນບັນດາສິດພື້ນຖານຂອງພົນລະເມືອງ ຫວຽດນາມ ທີ່ໄດ້ບັນທຶກໄວ້ໃນລັດຖະທຳມະນູນສະບັບຕ່າງໆ ເຊິ່ງສະພາແຫ່ງຊາດ ຫວຽດນາມ ໄດ້ຮັບຮອງເອົານັ້ນແຕ່ກ່ອນມາຮອດປະຈຸບັນ.

ສິດສ້າງຕັ້ງສະມາຄົມກໍ່ໄດ້ຮັບການປະຕິບັດໃນສະພາບການຕົວຈິງ, ໄດ້ສະແດງໃຫ້ເຫັນບັນດາຄວາມເຫັນທີ່ກົງກັນຂ້າມກ່ຽວກັບບັນຫານີ້ ແມ່ນຂາດພາວະວິໄສ, ຈົງໃຈເສກສັນປັ້ນແຕ່ງບັນຫາສິດທິມະນຸດຢູ່ ຫວຽດນາມ. ບົດຂຽນຂອງ ທູຮວາ ດ້ວຍຫົວຂໍ້ວ່າ “ສິດສ້າງຕັ້ງສະມາຄົມໄດ້ຮັບຄວາມເຄົາລົບ ແລະ ປະຕິບັດຢູ່ ຫວຽດນາມ”. ໃນຂະນະທີ່ ຫວຽດນາມ ພວມພິຈາລະນາສ້າງກົດໝາຍວ່າດ້ວຍສະມາຄົມຕາມຂັ້ນຕອນ, ຫາງສຽງໄດ້ປະກົດມີບາງຄຳເຫັນໂດຍຖືວ່າ ຫວຽດນາມ ຍັງ “ລະແວງ” ກ່ຽວກັບສິດເສລີໃນການສ້າງຕັ້ງສະມາຄົມ, ຍ້ອນແນວຄວາມຄິດສ້າງກົດໝາຍວ່າດ້ວຍສະມາຄົມ ໄດ້ມີມາແຕ່ດົນນານແລ້ວ ແຕ່ວ່າມາຮອດປະຈຸບັນ ຍັງຢູ່ໃນວິວັດການສ້າງ. ບັນດາຄຳເຫັນສະເໜີອື່ນໆຄວນມີ “ຂົງເຂດພົນລະເຮືອນ” ໃຫ້ແກ່ສັງຄົມ ແລະ ບໍ່ຄວນ “ຄວບຄຸມ” ທຸກສະມາຄົມ, ທຸກກຸ່ມໃນສັງຄົມ. ຫວ່າງແລ້ວນີ້, ພາຍຫຼັງວາລະພິພາກສາ ຫງວຽນວັນດ່າຍ ແລະ ເພື່ອນຮ່ວມລະເມີດກົດໝາຍອາຍາ, ດ້ວຍໂທດສວຍໃຊ້ການຕໍ່ສູ້ “ອະທິປະໄຕ, ສິດທິມະນຸດ”, “ສັງຄົມພົນລະເຮືອນ” ເພື່ອປົກປິດຈຸດປະສົງການເຄື່ອນໄຫວຂອງ “ສະມາຄົມອ້າຍນ້ອງປະຊາທິປະໄຕ”, ມີບາງຫາງສຽງໄດ້ເຕື້ອງເຖິງບັນຫາສະມາຄົມ, ກຸ່ມ ແລະ ສິດເສລີໃນການປາກເວົ້າຢູ່ ຫວຽດນາມ.
TAG
VOV/VOVworld/ປົກປັກຮັກສາ/ກິລາ ກາຍຍະກຳ
Related
More








