ຊີຣີ ຕົກເຂົ້າສູ່ສະພາບການຂາດສະຖຽນລະພາບໃໝ່
11/04/2018 08:57
(VOVWORLD) - ພາຍຫລັງບັນດາຄວາມມານະພະຍາຍາມໄກ່ເກ່ຍບໍ່ສຳເລັດ, ທ້າຍອາທິດຜ່ານມາ, ກຳລັງກອງທັບລັດຖະບານ ຊີຣີ ໄດ້ເປີດບັ້ນບຸກໂຈມຕີທາງບົກແນໃສ່ເທດສະບານເມືອງ Douma ຢູ່ໃກ້ກັບນະຄອນຫລວງ Damascus ກຳລັງຢູ່ໃຕ້ການຄວບຄຸມຂອງຝ່າຍລຸກຮື້ຂຶ້ນ.

ຊາວ ຊີຣີ ເຄີຍມີຄວາມເບີກບານມ່ວນຊື່ນທີ່ສຸດ ເມື່ອກຳລັງລັດອິດສະລາມ (IS) ຖືກບຸກໂຈມຕີໃຫ້ອອກຈາກປະເທດນີ້ ໃນທ້າຍປີ 2017 ຍ້ອນເຂົາເຈົ້າເຊື່ອໝັ້ນວ່າ ຈະມີໂອກາດສ້າງຊີວິດຄືນໃໝ່. ນັບແຕ່ນັ້ນມາຮອດປັດຈຸບັນ, ຊີຣີ ຍັງຄົງຖືກຕົກເລິກເຂົ້າໃນສະພາບການຂາດສະຖຽນລະພາບ. ພິເສດ ແມ່ນໃນຊຸມວັນນີ້, ສະພາບການຢູ່ ຊີຣີ ພັດຮ້ອນເຮັ່ງຂຶ້ນໃນສື່ມວນຊົນສາກົນ ເມື່ອສົງໄສວ່າ ມີເຫດການບຸກໂຈມຕີດ້ວຍອາວຸດເຄມີ ເຮັດໃຫ້ສາມັນຊົນຫລາຍຄົນເສຍຊີວິດຢູ່ Douma. ອີກຄັ້ງໜຶ່ງ ຊີຣີ ພັດຖືກຕົກເຂົ້າສູ່ສະພາບສັບສົນ ເຖິງວ່າບໍ່ແມ່ນບັນຫາໃໝ່ກໍ່ຕາມ ແຕ່ກໍ່ມີໄພຍູ້ປະເທດນີ້ ໃຫ້ຕົກເຂົ້າສູ່ສະພາບຂາດສະຖຽນລະພາບ ຍ້ອນວ່າ ໃນປີກ່ອນ ອາເມລິກາ ກໍ່ອີງໃສ່ເຫດຜົນຄ້າຍຄືດັ່ງກ່າວ ເພື່ອຍິງລູກສອນໄຟນຳວິຖີ Tomahawk ແນໃສ່ ຊີຣີ ນັບສິບລູກ. ພາຍຫລັງບັນດາຄວາມມານະພະຍາຍາມໄກ່ເກ່ຍບໍ່ສຳເລັດ, ທ້າຍອາທິດຜ່ານມາ, ກຳລັງກອງທັບລັດຖະບານ ຊີຣີ ໄດ້ເປີດບັ້ນບຸກໂຈມຕີທາງບົກແນໃສ່ເທດສະບານເມືອງ Douma ຢູ່ໃກ້ກັບນະຄອນຫລວງ Damascus ກຳລັງຢູ່ໃຕ້ການຄວບຄຸມຂອງຝ່າຍລຸກຮື້ຂຶ້ນ. ການປະທະກັນລະຫວ່າງ 2 ຝ່າຍເຮັດໃຫ້ສາມັນຊົນນັບສິບຄົນເສຍຊີວິດ, ໃນນັ້ນ ມີຫລາຍກໍລະນີປະສົບກັບບັນຫາກ່ຽວກັບລະບົບຫາຍໃຈ ຍ້ອນຫາຍໃຈເອົາຄວັນອາຍພິດ. ເຫດການດັ່ງກ່າວຍັງບໍ່ທັນຊັດແຈນເທື່ອ ແຕ່ໄດ້ຍື່ນສະເໜີຕໍ່ສະພາຄວາມໝັ້ນຄົງສະຫະປະຊາຊາດຢ່າງວ່ອງໄວ ໄດ້ກໍ່ໃຫ້ເກີດການໂຕ້ຖຽງກັນລະຫວ່າງ ລັດເຊຍ ແລະ ອາເມລິກາ, ຊ້ຳບໍ່ໜຳ ວໍຊິງຕັນ ຖະແຫຼງວ່າ ຈະມີບັນດາມາດຕະການໂຕ້ຕອບລັດຖະບານ ຊີຣີ ເຖິງວ່າມີ ຫຼື ບໍ່ມີການສະໜັບສະໜູນຈາກສະຫະປະຊາຊາດກໍ່ຕາມ.
TAG
VOV/VOVworld/ຊີຣີ/ຂາດສະຖຽນລະພາບໃໝ່
Related
More








