ສິ່ງທ້າທາຍຫຼາຍຢ່າງທີ່ມີຕໍ່ແຜນການສັນຕິພາບ ລັດເຊຍ - ຢູແກຼນ
26/11/2025 09:30
(VOVWORLD) - ການປະທະກັນທີ່ແກ່ຍາວເປັນເວລາເກືອບ 4 ປີລະຫວ່າງ ລັດເຊຍ ແລະ ຢູແກຼນ ມີຄວາມອາດສາມາດກ້າວໄປເຖິງບາດລ້ຽວໃຫຍ່, ໃນຂະນະທີ່ອຳນາດການປົກຄອງຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ປະກາດແຜນການສັນຕິພາບ 28 ຈຸດ ເພື່ອແນໃສ່ຢຸດຕິການປະທະກັນ. ເຖິງຢ່າງໃດກໍ່ຕາມມີຫຼາຍສັນຍານທີ່ສະແດງໃຫ້ເຫັນວ່າ ບັນດາຝ່າຍຍັງມີຄວາມບໍ່ລົງລອຍກັນຢ່າງເລິກເຊິ່ງ ຍາກທີ່ຈະແກ້ໄຂໄດ້.

ແຜນການສັນຕິພາບ 28 ຈຸດເພື່ອແນໃສ່ຢຸດຕິການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ໂດຍອຳນາດການປົກຄອງອາເມລິກາປະກາດໃນວັນທີ 20 ພະຈິກ. ນີ້ແມ່ນແຜນການໂດຍບັນດາທູດພິເສດຂອງ ອາເມລິກາ ແລະ ລັດເຊຍ ຮຽບຮຽງ ແລະ ໄດ້ຮັບຖືວ່າ ອີງຕາມແຜນການສັນຕິພາບ 20 ຈຸດກ່ຽວກັບເຂດກາຊາ ເຊິ່ງ ອາເມລິກາ ໄດ້ຊຸກຍູ້ສຳເລັດໃນໄລຍະທີ 1 ເມື່ອເດືອນກັນຍາ ຜ່ານມາ.
TAG
VOV/VOVworld/ລັດເຊຍ/ຢູແກຼນ
Related
More








