ຊອກຫາການສະໜັບສະໜູນຈາກທະວີບອາເມລິກາລາຕີງ
10/07/2014 11:54
ວັນທີ 11/7, ປະທານາທິບໍດີລັດເຊຍ Vladimir Putin ເລີ່ມຕົ້ນການເດີນທາງຢ້ຽມຢາມ 3 ປະເທດອາເມລິກາລາຕີງຄື ກູບາ, ອັກຊັງຕີນ ແລະ ບຣາຊິນ.

ວັນທີ 11/7, ປະທານາທິບໍດີລັດເຊຍ Vladimir Putin ເລີ່ມຕົ້ນການເດີນທາງຢ້ຽມຢາມ 3 ປະເທດອາເມລິກາລາຕີງຄື ກູບາ, ອັກຊັງຕີນ ແລະ ບຣາຊິນ. ໂດຍຖືກດຳເນີນໃນສະພາວະທີ່ມົດສກູພວມຊອກຫາວິທີຮັບມືກັບຄວາມຕົກຢູ່ໂດດດ່ຽວທີ່ນັບມື້ນັບເພີ່ມຂຶ້ນຂອງສາກົນຊຶ່ງກ່ຽວຂ້ອງເຖິງວິກິດການຢູ່ຢູແກຼນ, ການຢ້ຽມຢາມຄັ້ງນີ້ໄດ້ຮັບການສັງເກດຈາກວົງການນັກໄຈ້ແຍກວ່າ ແມ່ນເພື່ອແນໃສ່ຈຸດປະສົງຊອກຫາການສະໜັບສະໜູນຈາກບັນດາປະເທດໃນພາກພື້ນອາເມລິກາລາຕີງ, ພິເສດແມ່ນເປີດບັນດາຕະຫຼາດ, ກາລະໂອກາດຮ່ວມມືໃໝ່ກັບທະວີບ ໜຶ່ງທີ່ມີປະຊາກອນຫຼວງຫຼາຍ ແລະ ອຸດົມຮັ່ງມີ. ປະທານາທິບໍດີລັດເຊຍ Vladimir Putin ກູບາແມ່ນປະເທດທຳອິດໃນການເດີນທາງຢ້ຽມຢາມ 3 ປະເທດອາເມລິກາລາຕີງເປັນເວລາ 6 ວັນ. ຢູ່ປະເທດນີ້, ປະທານາທິບໍດີລັດເຊຍ Vladimir Putinຈະມີການພົບປະກັບທ່ານປະທານ Raul Castro ແລະ ຜູ້ນຳ Fidel Castro ເພື່ອປຶກສາຫາລືບັນຫາຮ່ວມມືໃນບັນດາຂົງເຂດພະລັງງານ, ຄົມມະນາຄົມ, ການບິນ, ອາວະກາດ ແລະ ສາທາລະນະສຸກ. ຫຼັງຈາກນັ້ນ, ປະທານາທິບໍດີ ລັດເຊຍ Vladimir Putinຈະໄປເຖິງອັກຊັງຕີນເພື່ອປຶກສາຫາລືບັນຫາການຄ້າ ແລະ ພະລັງງານກັບ ປະທານາທິບໍດີ Cristina Kirchner ກ່ອນທີ່ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດຂອງກຸ່ມບັນດາປະເທດພວມພັດທະນາ BRICS ຢູ່ບຣາຊິນ .
TAG
vov/vovworld/ລັດເຊຍ/ເອີລົບ
Related








