VOV WorldVOV World
ສັນຕິພາບຢູ່ເຂດກາຊາຍັງເປັນສິ່ງທີ່ເຫີນຫ່າງຢູ່
17/07/2014 12:14
​ເຂດ​ກາຊາ​ຢູ່​ຕາ​ເວັນ​ອອກ​ກາງ​ໃນ​ຊຸມ​ມື້​ທີ່​ຜ່ານ​ມາ ພັດ​ດຸ​ເດືອນ​ຍິ່ງ​ຂຶ້ນ​ຍ້ອນບັນດາ​ການ​ບຸກ​ໂຕ​ມຕີ​ທາງ​ອາກາດ​ຂອງ​ອິດສະຣາ​ແອນ ອັນ​ໄດ້​ເຮັດ​ໃຫ້​ສາມັນ​ຊົນ​ນັບຮ້ອຍ​ຄົນ​ຖືກ​ເສຍ​ຊີວິດ
ສັນຕິພາບຢູ່ເຂດກາຊາຍັງເປັນສິ່ງທີ່ເຫີນຫ່າງຢູ່
​ເຂດ​ກາຊາ​ຢູ່​ຕາ​ເວັນ​ອອກ​ກາງ​ໃນ​ຊຸມ​ມື້​ທີ່​ຜ່ານ​ມາ ພັດ​ດຸ​ເດືອນ​ຍິ່ງ​ຂຶ້ນ​ຍ້ອນບັນດາ​ການ​ບຸກ​ໂຕ​ມຕີ​ທາງ​ອາກາດ​ຂອງ​ອິດສະຣາ​ແອນ ອັນ​ໄດ້​ເຮັດ​ໃຫ້​ສາມັນ​ຊົນ​ນັບຮ້ອຍ​ຄົນ​ຖືກ​ເສຍ​ຊີວິດ. ​ເກືອບ 6 ປີ ພາຍຫຼັງການ​ປະ​ທະ​ກັນ​ຢ່າງ​ໃຫຍ່​ຫຼວງ​ທີ່​ສຸດ​ໃນ​ພາກ​ພື້ນ, ​ອິດສະຣາ​ແອນ ​ແລະ ປາ​ແລັດ​ສຕິນ ພັດ​ອີກ​ເທື່ອ​ໜຶ່ງ​ຢືນ​ຢູ່ຕໍ່ໜ້າ​ສະພາບ​ເກີດ​ສົງຄາມ. ບັນດາ​ການ​ຜັນ​ແປ​ໃນ​ປະຈຸ​ບັນ​ຢູ່​ເຂດ​ກາ​ຊາ ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ​ໂດຍ​ບໍ່​ຫົວຊາ​ຕໍ່​ທຸກ​ຄວາມ​ມານະ​ພະຍາຍາມ​ຂອງ​ປະຊາ​ຄົມ​ໂລກ, ສັນຕິພາບ​ຢູ່ ຕາ​ເວັນ​ອອກ​ກາງຍາກ​ທີ່​ຈະ​ຊອກ​ຫາ​ໄດ້ ​ແລະ ​​ເປັນ​ສິ່ງ​ທີ່​ເຫີ​ນຫ່າງ​ຢູ່.  ຊາວປາແລັດສຕີນພາກັນແຫ່ສົບຂອງຄອບຄົວໜຶ່ງຖືກອິດສະຣາແອນ ຍິງຕາຍ                     (ພາບ: reuters)     ​ເຖິງ​ວ່າກຸ່ມ ຮາ​ມາດ ​ແລະ ​ອິດສະຣາ​ແອນ​ເຫັນ​ດີ​ເຄົາລົບ​ສັນຍາ​ຢຸດ​ຍິງ​ໃນ​ເວລາ 5 ຊົ່ວ​ໂມງ​ຢູ່​ເຂດ​ກາຊາ​ພາຍຫຼັງ​ປະ​ທະ​ກັນ​ຢ່າງ​ດຸ​ເດືອດ​ເປັນ​ເວລາ 9 ວັນ, ​ແຕ່​ສັນຍາ​ສະບັບ​ນີ້​ແມ່ນ​ຖືກ​ວົງ​ການ​ນັກ​​ໄຈ້​ແຍກ​ສັງ​ເກດ​ວ່າ​ແມ່ນບໍ່​ແນ່ນອນ, ມັນ​ມີ​ເວລາ​ພຽງພໍ​ໃຫ້​ປະຊາຊົນ​ຢູ່​ເຂດ​ກາ​ຊາ​ສະ​ສົມ​ວັດຖຸ​ເຄື່ອງ​ຂອງ​ທີ່​ຈຳ​ເປ​ັນ.   ກ່ອນ​ໜ້າ​ນັ້ນ, ສັນຍາ​ຢຸດ​ຍິງ​ໂດຍ​ອີ​ຢິບ​ເປັນ​ຄົນ​ກາງ​ໄກ​່ເກ່ຍ ກໍ​ໄດ້​ຖືກ​ທຳລາຍ.    ກ່ອນ​ໜ້າ​ນັ້ນ, ກຸ່ມ ຮາ​ມາດ ກໍ​ໄດ້​ນຳ​ສະ​ເໜີຢຸດ​ຍິງ​ໃນ​ໄລຍະ 10 ປີ​ເພື່ອ​ແລກ​ເອົາ​ບັນດາ​ເງື່ອນ​ໄຂ​ຄື ປ່ອຍ​ຕົວ​ນັກ​ໂທດປາ​ແລັດ​ສຕິນຊຶ່ງ​ພວມ​ຖືກ​ຝ່າຍ​ອິດສະຣາ​ແອນກັກ​ຂັງ, ​ເປີດ​ບັນດາ​ດ່ານ​ຊາຍ​ແດນ​ລະຫວ່າງ​ເຂດ​ກາຊາ ​ແລະ ​ອິດສະຣາ​ແອນ, ອະນຸຍາດ​ໃຫ້​ສິນຄ້າຜ່ານແດນ ​ແລະ ປະຊາ​ຊົນ​ໄປມາຫາສູ່​ກັນ ​ແລະ ມີ​ການ​ຕິດຕາມ​ກວດກາ​ຂອງ​ສາກົນ​ສຳລັບ​ທ່າ​ກຳ​ປັ່ນ ກາ​ຊານ ​ແທນ​ທີ່​ຖືກ​ອິດສະຣາ​ແອນປິດ​ລ້ອມ​ຄື​ໃນ​ປະຈຸ​ບັນ. ມອບ​ໂອນ​ບັນດາ​ເຂດ​ດິນ​ທີ່​ອິດສະຣາ​ແອນຢຶດຄອງ. ​ແຕ່​ຂໍ້​ສະ​ເໜີ​ນີ້ ບໍ່​ໄດ້​ຮັບ​ຄວາມ​ເຫັນ​ດີ​ຈາກ​ຝ່າຍ​ອິດສະຣາ​ແອນ.
TAG
vov/vovworld/ສັນຕິພາບ/ຢຸດຍິງ

More