VOV WorldVOV World
ສັນຕິພາບຢູ່ຢູແກຼນຍັງຄົງຢູ່ທາງໜ້າ
09/10/2014 08:30
ພາຍຫຼັງປະຕິບັດມາເປັນເວລາກວ່າໜຶ່ງເດືອນ, ສັນຍາຢຸດຍິງຢູ່ຢູແກຼນໄດ້ຊ່ວຍ ຫຼຸດຜ່ອນຄວາ​ມ​ເຄັ່ງ​ຕຶງ​ໃນ​ການ​ສູ້​ຮົບ​ລະຫວ່າງ​ກອງທັບ​ລັດຖະບານ
ສັນຕິພາບຢູ່ຢູແກຼນຍັງຄົງຢູ່ທາງໜ້າ
ພາຍຫຼັງປະຕິບັດມາເປັນເວລາກວ່າໜຶ່ງເດືອນ, ສັນຍາຢຸດຍິງຢູ່ຢູແກຼນໄດ້ຊ່ວຍ ຫຼຸດຜ່ອນຄວາ​ມ​ເຄັ່ງ​ຕຶງ​ໃນ​ການ​ສູ້​ຮົບ​ລະຫວ່າງ​ກອງທັບ​ລັດຖະບານ ​ແລະ ກຳລັງ​ແຍກ​ຕົວ. ​ແຕ່​ບັນດາ​ກໍລະນີ​ລະ​ເມີດ ສັນຍາຢຸດຍິງຍັງ​ຄົງ​ສືບ​ຕໍ່​ເກີດ​ຂຶ້ນ, ພ້ອມ​ກັບ​ບັນດາ​ການ​ກະທຳ​ໃໝ່​ຈາກ​ອຳນາດ​ການ​ປົກຄອງ​ກີ​ແອບ ພວມ​ນາບ​ຂູ່​ປົກ​ຄຸ​ມ ດ້ວຍ​ເງົາ​ມືດ​ໄປ​ທົ່ວ​ແຜນການ​ຟື້ນ​ຟູສັນຕິພາບ​ຢູ່​ພາກ​ຕາ​ເວັນ​ອອກ​ທີ່​ຂາດ​ສະຖຽນ​ລະພາບ​ນີ້. ຕໍ່​ໄປ​ນີ້, ພວກ​ເຮົາ​ມ​ີບົດ​ຂຽນ​ຂອງ​ນັກ​ຂ່າວ ​ແອ​ງຮ່ວຽນ​ທີ່​ພາດ​ຫົວຂໍ້ວ່າ : “ສັນຕິພາບ​ຢູ່ຢູແກຼນຍັງ​ຄົງ​ຢູ່​ທາງ​ໜ້າ” ​.    ສັນຍາຢຸດຍິງຢູ່ຢູແກຼນ​ໄດ້​ຮັບ​ການ​ລົງ​ນາມ​ລະຫວ່າງ​ລັດຖະບານ​ກີ​ແອບ ​ແລະ ກຳລັງ​ລຸກ​ຮື້​ຂຶ້ນ​ເມື່ອ​ວັນ​ທີ 5/9 ຢູ່​ມິນ. ສັນຍາຢຸດຍິງສະ​ບັບນີ້​ກໍ​ໄດ້​ຮັບ​ການ​ເພີ່ມ​ທະວີ​ດ້ວຍ​ຂໍ້​ຕົກ​ລົງ​ກັນ​ເມື່ອ​ວັນ​ທີ 19/9 ​ແນ​ໃສ່​ສ້າງ​ຕັ້ງ​ເຂດ​ປອດ​ການ​ທະຫານ. ​ແຕ່ນັບ​ຕັ້ງ​ແຕ່​ເວລາ​ນັ້ນ, ທັງ 2 ຝ່າຍ​ລ້ວນ​ແຕ່​ຕຳ​ໜິຊຶ່ງ​ກັນ ​ແລະ ກັນ​ກ່ຽວ​ກັບ​ການ​ລະ​ເມີດ​ບັນດາ​ມາດຕາ​ຂອງ​ສັນຍາ​. ​ເຖິງ​ວ່າ​ສະໜາມຮົບ​ໄດ້​ສະຫງົບ​ງຽບ​ນັບ​ແຕ່​ຕົ້ນ​ເດືອ​ນ 10 ກໍ​ຕາມ, ​ແຕ່​ຈຳນວນ​ຜູ້ຮັບ​ບາດ​ເຈັບ​ລົ້ມ​ຕາຍ​ທີ່​ສະຫະ​ປະຊາ​ຊາດຍົກ​ອອກ​ມາ​ເມື່ອ​ວັນ​ທີ 7/10 ​ແມ່ນ​ໄດ້​ສ່ອງ​ແສງເຖິງ​ຫຼາຍສິ່ງ​ຫຼາຍ​ຢ່າງ. ຕາມ​ຕົວ​ເລກ​ສະ​ຖີຕິ​ຫຼ້າ​ສຸດ​ຂອງ ສະຫະ​ປະຊາ​ຊາດ​ແລ້ວ, ຈຳນວນ​ຜູ້​ເສຍ​ຊີວິດ​ຍ້ອນ​ການ​ປະ​ທະ​ກັນ​ທີ່​ແ່ກຍາວ 2-3 ​ເດືອນ​ທີ່​ຜ່ານ​ມາ​ຢູ່ ຢູແກຼນ ​ແມ່ນ 3660 ຄົນ, ​ໃນ​ນັ້ນ,ມີ 330 ຄົນ​ເສຍ​ຊີວິດ​ພາຍຫຼັງ​ທີ່ ສັນຍາຢຸດຍິງ​ໄດ້​ຮັບ​ການ​ລົງ​ນາມ. ປະ​ທາ​ນາ​ທິ​ບໍ​ດີ ຢູ​ແກຼ​ນ Petro Poroshenko photo:TTXVN
TAG
vovworld/

More