VOV WorldVOV World
ສັນຍາ ເຊີແນວ: ບົດຮຽນຜູກມັດຢ່າງແໜ້ນແຟ້ນລະຫວ່າງທ່ວງທ່າ ແລະ ກຳລັງແຮງໃນການເຄື່ອນໄຫວການທູດ
22/07/2024 08:05
(VOVWORLD) - ເປັນຄັ້ງທຳອິດ, ຫວຽດນາມ ໄດ້ຮັບການຮັບຮູ້ດ້ວຍສັນຍາສາກົນທີ່ມີຄຸນຄ່າ ດ້ວຍການເຂົ້າຮ່ວມຂອງບັນດາປະເທດມະຫາອຳນາດ.
ສັນຍາ ເຊີແນວ: ບົດຮຽນຜູກມັດຢ່າງແໜ້ນແຟ້ນລະຫວ່າງທ່ວງທ່າ ແລະ ກຳລັງແຮງໃນການເຄື່ອນໄຫວການທູດ
        ກ່ອນນີ້ 70 ປີ (ວັນທີ 21 ກໍລະກົດ 1954), ພ້ອມກັບໄຊຊະນະປະຫວັດສາດ ດ້ຽນບຽນຝູ, ໄຊຊະນະໃນຂົງເຂດການທູດຢູ່ກອງປະຊຸມ ເຊີແນວ, ດ້ວຍເລື່ອງເຊັນສັນຍາຢຸດສູ້ຮົບ, ສ້າງສັນຕິພາບຄືນໃໝ່ຢູ່ ອິນດູຈີນ ໄດ້ຢຶນຢັນທີ່ຕັ້ງຂອງພື້ນຖານການທູດ ຫວຽດນາມ ບົນເວທີສາກົນ, ນຳ ຫວຽດນາມ ກາຍເປັນປັດໄຈທີ່ບໍ່ອາດຂາດໄດ້ໃນການປັບປຸງສັນຕິພາບ ແລະ ການພັດທະນາຂອງໂລກທີ່ທັນສະໄໝ. ພາຍຫຼັງ 70 ປີ, ກອງປະຊຸມ ເຊີແນວ ດ້ວຍສັນຍາປະຫວັດສາດນັ້ນ ໄດ້ສ້າງບົດຮຽນອັນລ້ຳຄ່າຫຼາຍຢ່າງ, ໃນນັ້ນ, ພົ້ນເດັ່ນແມ່ນບົດຮຽນຂອງການຜູກມັດລະຫວ່າງທ່ວງທ່າ ແລະ ກຳລັງແຮງບົ່ມຊ້ອນໃນການເຄື່ອນໄຫວການຕ່າງປະເທດ.         “ຕ້ອງເບິ່ງໃນກຳລັງແຮງທີ່ແທ້ຈິງ. ກຳລັງແຮງເຂັ້ມແຂງ, ການທູດກໍ່ຈະມີໄຊ. ກຳລັງແຮງທີ່ແທ້ຈິງນັ້ນແມ່ນ ຄ້ອງ, ການທູດການສຽງຄ້ອງ. ຄ້ອງໃຫຍ່ຈຶ່ງມີສຽງດັງແຮງ”. ນີ້ແມ່ນຄຳຢືນຢັນຂອງປະທານ ໂຮ່ຈີມິນ ໃນວັນທີ 26 ທັນວາ 1945 ກ່ຽວກັບທີ່ຕັ້ງ, ບົດບາດຂອງວຽກງານການທູດ. ຄຳເວົ້າຂອງປະທານ ໂຮ່ຈີມິນ ໄດ້ໝູນໃຊ້ຢ່າງເຖິງຖອງໃນສະພາບຕົວຈິງຂອງປະຫວັດສາດການຕໍ່ສູ້ໃນແນວຮົບການທູດຂອງ ຫວຽດນາມ ໃນບັນດາການຕໍ່ສູ້ປົດປ່ອຍຊາດ, ເຊິ່ງສັນຍາ ເຊີແນວ ແມ່ນຕົວຢ່າງໜຶ່ງ. ນີ້ແມ່ນຂີດໝາຍສຳຄັນໃນປະຫວັດສາດການທູດ ຫວຽດນາມ, ນຳມາເຊິ່ງຜົນປະໂຫຍດຢ່າງໃຫຍ່ຫຼວງ ແລະ ຊອບທຳໃຫ້ແກ່ຊາດ ຫວຽດນາມ.
TAG
VOV/VOVworld/​ທ່ວງ​ທ່າ/ກຳ​ລັງ​ແຮງ/ສັນ​ຍາ/ເຊີ​ແນວ/ພາ​ລະ​ກິດ

More