ສັນຍານຕັ້ງຫນ້າໃນການເຈລະຈາສ້າງຕັ້ງລັດຖະບານເຢຍລະມັນ
18/01/2018 09:34
(VOVWORLD) -ດ້ວຍເລື່ອງ SPD(ພັກປະຊາທິປະໄຕສັງຄົມ) ແລະ ພັກສຳພັນທະມິດປະຊາທິປະໄຕກາໂຕລິກ CDU, ສຳພັນທະມິດປະຊາທິປະໄຕສັງຄົມກາໂຕລິກ (CSU) ເລີ່ມຕົ້ນບັນດາການເຈລະຈາຢັ່ງຫາງສຽງໃນອາທິດຜ່ານມາ, ລະບົບການເມືອງ ເຢຍລະມັນພວມຢືນຢູ່ຕໍ່ຫນ້າກາລະໂອກາດສຸດທ້າຍ ເພື່ອສ້າງຕັ້ງລັດຖະບານໃຫ້ມີຄວາມສະຖຽນລະພາບພາຍຫລັງການເລືອກຕັ້ງແຫ່ງຊາດເມື່ອເດືອນ ກັນຍາ ປີ 2017. ທີ່ບັນດາການເຈລະຈານີ້ໄດ້ປະກົດອອກບາງສັນຍານຕັ້ງຫນ້າໃນເບື້ອງຕົ້ນ.

ທ່ານນາງນາຍົກລັດຖະມົນຕີ Angela Merkel ປະທານພັກ CDU ແລະ ທ່ານ Horst Seehofer ການນຳພັກ CSU ບັນດາຮອບເຈລະຈາຢັ່ງຫາງສຽງໄດ້ແກ່ຍາວມາເປັນເວລາ 5 ມື້, ສິ້ນສຸດໃນວັນທີ 12 ມັງກອນຜ່ານມາ ແລະ ຄາດວ່າກອງປະຊຸມໃຫຍ່ພັກພິເສດຂອງ SPD ຈະໄດ້ດຳເນີນໃນວັນທີ 21 ມັງກອນ ຈະມາເຖິງ ຈະຕັດສິນວ່າ ບັນດາການເຈລະຈາຢ່າງເປັນທາງການກ່ຽວກັບສຳພັນທະມິດໃຫຍ່ຈະເລີ່ມຕົ້ນບັນດາການເຈລະຈາຫລືບໍ່?. ຖ້າຫາກຄຳຕັດສິນຂອງກອງປະຊຸມໃຫຍ່ພັກ ແມ່ນສືບຕໍ່ສ້າງຕັ້ງສຳພັນທະມິດໃຫຍ່ ສະມາຊິກພັກທັງໝົດຂອງ SPD ຈະມີທັດສະນະລວມສຸດທ້າຍໃນການລົງປະຊາມະຕິໃນກາງເດືອນກຸມພາປີ 2018. ຖ້າຫາກບັນດາການເຈລະຈາປະສົບຜົນສຳເລັດ, ລັດຖະບານໃຫມ່ອາດຈະໄດ້ຮັບການສ້າງຕັ້ງກ່ອນວັນທີ 1 ເມສາ. ຖ້າບໍ່ດັ່ງນັ້ນ ປະເທດເຢຍລະມັນ ອາດຈະຫລືຕ້ອງປະເຊີນຫນ້າກັບບັນດາການເລືອກຕັ້ງໃຫມ່ ຫລື ທ່ານນາງ Merkel ຈະນຳພາລັດຖະບານສ່ວນຫນ້ອຍ.
TAG
VOV/VOVworld/ຜົນສະທ້ອນ
Related
More








