VOV WorldVOV World
ສົງຄາມການຄ້າ ຈີນ - ອາເມລິກາ: ຢຸດຕິຊົ່ວຄາວ
22/05/2018 07:23
(VOVWORLD) - ຄືດັ່ງການຄາດຄະເນຂອງວົງການນັກໄຈ້ແຍກ, ຄວາມສ່ຽງເກີດສົງຄາມການຄ້າລະຫວ່າງ ອາເມລິກາ ແລະ ຈີນ ສຸດທ້າຍກໍ່ໄດ້ຮັບການແກ້ໄຂ ພາຍຫລັງ 2 ຝ່າຍສິ້ນສຸດຮອບເຈລະຈາຄັ້ງທີ 2 ກ່ຽວກັບການຄ້າຢູ່ ວໍຊິງຕັນ ໃນທ້າຍອາທິດຜ່ານມາ.
ສົງຄາມການຄ້າ ຈີນ - ອາເມລິກາ: ຢຸດຕິຊົ່ວຄາວ
ຖະແຫຼງການຮ່ວມໄດ້ຍົກອອກມາ ພາຍຫລັງການເຈລະຈາໄດ້ຢືນຢັນວ່າ 2 ພື້ນຖານເສດຖະກິດໃຫຍ່ກ່ວາໝູ່ໃນໂລກ ຈະຊອກຫາວິທີການແກ້ໄຂບັນດາຄວາມວິຕົກກັງວົນກ່ຽວກັບເສດຖະກິດ ແລະ ການຄ້າຕາມວິທີເປັນເຈົ້າການ. ເຖິງຢ່າງໃດກໍ່ຕາມ, ເພື່ອປະຕິບັດຄາດໝາຍຫລຸດຜ່ອນການນຳເຂົ້າເກີນດຸ່ນພໍສົມຄວນຂອງ ອາເມລິກາ ໃນການຄ້າ 2 ຝ່າຍນັ້ນ ແມ່ນໜ້າທີ່ບໍ່ງ່າຍດາຍສຳລັບທັງ 2 ຝ່າຍ. (ພາບປະກອບ) ໃນໄລຍະຜ່ານມາ, ການພົວພັນດ້ານການຄ້າລະຫວ່າງ ອາເມລິກາ ແລະ ຈີນ ກາຍເປັນຈຸດສຸມຄວາມສົມໃຈຈາກຫາງສຽງສາກົນ ເມື່ອ 2 ປະເທດໄດ້ຍົກອອກບັນດາມາດຕະການໂຕ້ຕອບກັນຢ່າງລຽນຕິດ ທີ່ກ່ຽວຂ້ອງເຖິງລະດັບພາສີອາກອນ ຊຶ່ງຈັດວາງໃຫ້ບັນດາຜະລິດຕະພັນສົ່ງອອກ. ການຜັນແປ່ເຄັ່ງຕຶງນີ້ ເຮັດໃຫ້ເກີດຄວາມວິຕົກກັງວົນກ່ຽວກັບສົງຄາມການຄ້າ ບໍ່ພຽງແຕ່ກໍ່ຜົນຮ້າຍຢ່າງໜັກໜ່ວງໃຫ້ທັງ 2 ຝ່າຍເທົ່ານັ້ນ ຫາກຍັງສົ່ງຜົນສະທ້ອນເຖິງພື້ນຖານເສດຖະກິດໂລກອີກດ້ວຍ.
TAG
VOV/VOVworld/ສົງຄາມການຄ້າ/ອາເມລິກາ/ຈີນ/ພາ​ສີ​ອາ​ກອນ

More