VOV WorldVOV World
ຊຸກຍູ້ບັນດາກົນໄກຮ່ວມມື, ສອດຄ່ອງກັບສະພາບແວດລ້ອມແຫ່ງການ ແກ້ງແຍ້ງສາກົນໃຫມ່
08/09/2014 08:06
(vovworld)-ກອງ​ປະຊຸມ​ລັດຖະມົນຕີ​ກ່ຽວ​ກັບ​ການ​ພັດທະນາ​ແຫ​ລ່ງຊັບພະຍາກອນ​ມະນຸດ​ເວທີ​ປາ​ໄສ​ການ​ຮ່ວມ​ມື​ເສດຖະກິດ ອາຊີ -ປາຊີ​ຟີ​ກ(APEC) ຄັ້ງ​ທີ 6
ຊຸກຍູ້ບັນດາກົນໄກຮ່ວມມື, ສອດຄ່ອງກັບສະພາບແວດລ້ອມແຫ່ງການ ແກ້ງແຍ້ງສາກົນໃຫມ່
(vovworld)-ກອງ​ປະຊຸມ​ລັດຖະມົນຕີ​ກ່ຽວ​ກັບ​ການ​ພັດທະນາ​ແຫ​ລ່ງຊັບພະຍາກອນ​ມະນຸດ​ເວທີ​ປາ​ໄສ​ການ​ຮ່ວມ​ມື​ເສດຖະກິດ ອາຊີ -ປາຊີ​ຟີ​ກ(APEC)  ຄັ້ງ​ທີ 6 ​ໂດຍ​ຫວຽດນາມ​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ຂຶ້ນ ຫາ​ກໍ່​ອັດ​ລົງຢູ່ ຮ່າ​ໂນ້ຍ ພາຍຫລັງ​ເຮັດ​ວຽກ​ມາ​ເປັນ​ເວລາ 2 ວັນ. ກອງ​ປະຊຸມ ​ແມ່ນ​ຫນຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ ​ເປັນ​ຂີດ​ໝາຍ 25 ປີ​ແຫ່ງ​ການ​ສ້າງ​ຕັ້ງ ​ແລະ ພັດທະນາ​ຂອງ APEC, ກະກຽມ                                                                  ​ໃຫ້​ແກ່​ເລື່ອງ​ຫວຽດນາມ ​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ກອງ​ປະຊຸມ APEC ຄັ້ງ​ທີ 25 ​ໃນ​ປີ 2017. ຜົນສຳ​ເລັດ​ຂອງ​ກອງ​ປະຊຸມ ອີກ​ຄັ້ງ​ຫນຶ່ງ ຢືນຢັນ: ຫວຽດນາມ ​ໄດ້, ພວມ ​ແລະ ຈະ​ຮ່ວມ​ມື​ຢ່າງ​ຕັ້ງຫນ້າ​ພ້ອມ​ກັບ APEC ​ເພື່ອ​ຊຸກຍູ້​ບັນດາ​ກົນ​ໄກ​ຮ່ວມ​ມື, ຮ່ວມ​ສຳພັນ​ດ້ານ​ເສດຖະກິດ​ເປັນ​ຫລາຍ​ຮູບ​ຫລາຍ​ແບບ, ​ໄຫວ​ພິບ, ປະສິດທິ​ຜົນ, ສອດ​ຄ່ອງກັບ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ແກ້ງ​ແຍ້​ງສາກົນ​ໃຫມ່.
TAG
vovworld/vov/APEC/ປະເຊີນໜ້າ

More