ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ອິນເດຍ
27/10/2014 08:39
(vovworld)- ວັນທີ 27/10, ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີ ສາທາລະນະລັດ ອິນເດຍ Narendra Modi, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢູງ ແລະ ພັນລະຍາ

(vovworld)- ວັນທີ 27/10, ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີ ສາທາລະນະລັດ ອິນເດຍ Narendra Modi, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢູງ ແລະ ພັນລະຍາ ເລີ່ມຕົ້ນການຢ້ຽມຢາມ ອິນເດຍ ຢ່າງເປັນທາງການ. ການຢ້ຽມຢາມ ອິນເດຍ ຄັ້ງນີ້ ຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ເພື່ອສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ສອງປະເທດ ຢ່າງແຮງ ດ້ວຍຈຸດສຸມແມ່ນຮ່ວມມືເສດຖະກິດ, ພ້ອມທັງເປີດກວ້າງການຮ່ວມມືໃນບັນດາຂົງເຂດອື່ນ, ແລກປ່ຽນບັນດາບັນຫາກ່ຽວກັບພາກພື້ນ ແລະ ສາກົນຊື່ງຕ່າງຝ່າຍຕ່າງມີຄວາມສົນໃຈ.
TAG
vovworld/ພົວພັນອັນດີງາມ/ການຮ່ວມມືເສດຖະກິດ
Related








