ຊຸກຍູ້ການພົວພັນລະຫວ່າງຫວຽດນາມ - ອິນເດຍ ໃຫ້ເລິກເຊິ່ງ, ກ້ວາງຂວາງ
08/12/2016 07:00
ອິນເດຍ ມີພື້ນຖານດ້ານເສດຖະກິດທີ່ພົ້ນເດັ່ນໃນໂລກ, ມີເນື້ອທີກ້ວາງໃຫຍ່, ແຫຼ່ງຊັບພະຍາກອນທຳມະຊາດທີ່ອຸດົມສົມບູນ, ກຳລັງຄວາມສາມາດດ້ານເສດຖະກິດ ແລະ ລະດັບວິທະຍາສາດເຕັກໂນໂລຢີກ້າວໜ້າໃນໂລກ.

(vovworld) - ວັນທີ 8/12, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ເລີ່ມຕົ້ນການຢ້ຽມຢາມ ສ. ອິນເດຍ ຢ່າງເປັນທາງການ ຕາມຄຳເຊື້ອເຊີນຂອງທ່ານ Mohamad Hamid Ansarin, ປະທານສະພາສູງ ສ. ອິນເດຍ, ທ່ານ Sumitra Mahajan, ປະທານສະພາຕ່ຳ ສ. ອິນເດຍ. ການຢ້ຽມຢາມໄດ້ປະກອບສ່ວນເຮັດໃຫ້ການພົວພັນມິດຕະພາບ, ທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ ແລະ ອິນເດຍ ເລິກເຊິ່ງຂຶ້ນຕື່ມ.
TAG
vovworld/ເສດຖະກິດ/ອິນເດຍ
Related








