VOV WorldVOV World
ຊຸກຍູ້ການພົວພັນຮ່ວມມື 2 ຝ່າຍຫວຽດນາມ - ວານົວຕູ
06/10/2014 10:44
ໂດຍ​ຮັບ​ຄຳ​ເຊີນ​ຈາກ​ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີ້ິ້ນຢຸງ, ທ່່ານນາຍົກລັດຖະມົນຕີ​ແຫ່ງ ສ. ວາ​ນົວ​ຕູ Joe Natuman ​ແລະ ພັນ​ລະ​ຍາ​ພ້ອມ​ດ້ວຍ​ຄະນະ​ໄດ້​ມາ​ຢ້ຽມຢາມ​ຫວຽດນາມ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 5 -9/10/2014.
ຊຸກຍູ້ການພົວພັນຮ່ວມມື 2 ຝ່າຍຫວຽດນາມ - ວານົວຕູ
​ໂດຍ​ຮັບ​ຄຳ​ເຊີນ​ຈາກ​ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີ້ິ້ນຢຸງ, ທ່່ານນາຍົກລັດຖະມົນຕີ​ແຫ່ງ ສ. ວາ​ນົວ​ຕູ Joe Natuman ​ແລະ ພັນ​ລະ​ຍາ​ພ້ອມ​ດ້ວຍ​ຄະນະ​ໄດ້​ມາ​ຢ້ຽມຢາມ​ຫວຽດນາມ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 5 -9/10/2014. ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່ ທ່່ານນາຍົກລັດຖະມົນຕີ​ແຫ່ງ ສ. ວາ​ນົວ​ຕູ Joe Natuman ມາ​ຢ້ຽມຢາມ​ຫວຽກ​ນາມ​ຂັ້ນນາຍົກລັດຖະມົນຕີ​ ຄັ້ງ​ທີ 2ຂອງວາ​ນົວ​ຕູ. ຜ່ານ​ການ​ຢ້ຽມຢາມ​ຄັ້ງ​ນີ້, ຫວຽດນາມ​ມີ​ໂອກາດຢັ້ງຢືນນະ​ໂຍບາຍ​ການ​ຕ່າງປະ​ເທດ​ທີ່​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງຕົນ​ແມ່ນ​ຢາກ​ເປີດ​ກ້ວາງ​ການ​ພົວພັນ​ກັບ​ທຸກໆ​ປະ​ເທດ​ໃນ​ໂລກ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ແຕ່ລະ​ປະ​ເທດ, ພ້ອມ​ທັງ​ປະກອບສ່ວນ​ເຂົ້າ​ໃນ​ສັນຕິພາບ, ສະຖຽນ​ລະ​ພາບ​ລວມຂອງ​ໂລກ.   ​ໂດຍ​ຖືກ​ຕັ້ງ​ຢູ່​ທາງ​ຕິດຕາ​ເວັນ​ຕົກ​ສ່ຽງ​ໃຕ້​ມະຫາ​ສະ​ມຸດ​ປາຊີ​ຝິກ, ວາ​ນົວ​ຕູແມ່ນປະ​ເທດ​ໝູ່​ເກາະ​ໃກ້​ກັບ​ອົດ​ສະ​ຕາ​ລີ​ໄປ​ທາງ​ທິດຕາ​ເວັນ​ອອກ, ​ໃກ້​ກັບ​ຟີ​ຢີ ທາງ​ທິດຕາ​ເວັນ​ຕົກ, ​ໃກ້​ກັບ​ໝູ່​ເກາະ ​ໂຊ​ໂລ​ມົນ ທາງ​ທິດ​ໃຕ້ ​ແລະ ​ໃກ້​ກັບ​ເກາະ ນິວກາ​ເລ​ໂດ​ເນຍ ​ໄປ​ທາງ​ທິດ​ເໜືອ. ວາ​ນົວ​ຕູ ມີ​ເນື້ອ​ທີ​ເກືອ​ບ 12.000 ຕາລາງ​ກິ​ໂລ​ແມດ ລວມມີ ​ເກາະ​ໃຫຍ່​ນ້ອຍ 83 ​ແຫ່ງ. ວາ​ນົວ​ຕູ ມີ​ພື້ນຖານ​ເສດຖະກິດ​ອາ​ໄສ​ຕົ້ນ​ຕໍດ້ານ​ກະ​ສີ​ກຳ​ຂອບ​ຂະໜາດ​ນ້ອຍ. ການ​ປະມົງ, ການ​ບໍລິການ​ການ​ເງິນ​ຕ່າງປະ​ເທດ, ການ​ກໍ່ສ້າງ ​ແລະ ທ່ອງ​ທ່ຽວ ກໍ​ແມ່ນ​ບັນດາ​ຂະ​ແໜງ​ຕົ້ນຕໍ​ອື່ນໆ​ຂອງ​ປະ​ເທດ ວາ​ນົວ​ຕູ .
TAG
vovworld/vov/ວານົວຕູ

More