ຊຸກຍູ້ການຮ່ວມມືຊ່ວຍບັນເທົາທຸກໂດຍມະນຸດສະທຳ ບົນທະເລຜ່ານເວທີປາໄສທະເລ ອາຊຽນ
27/08/2014 10:54
ການຮ່ວມມືກ່ຽວກັບທະເລໃນຂົງເຂດຊ່ວຍບັນເທົາທຸກໂດຍມະນຸດສະທຳ ແລະ ຜ່ອນເບົາໄພທຳມະຊາດ ແມ່ນເນື້ອໃນທີ່ີຖືກເຕື້ອງເຖິງທີ່ເວທີປາໄສທະເລ ອາຊຽນ ຄັ້ງທີ 5 (AMF-5)

ການຮ່ວມມືກ່ຽວກັບທະເລໃນຂົງເຂດຊ່ວຍບັນເທົາທຸກໂດຍມະນຸດສະທຳ ແລະ ຜ່ອນເບົາໄພທຳມະຊາດ ແມ່ນເນື້ອໃນທີ່ີຖືກເຕື້ອງເຖິງທີ່ເວທີປາໄສທະເລ ອາຊຽນ ຄັ້ງທີ 5 (AMF-5) ແລະເວທີປາໄສທະເລ ອາຊຽນ ເປີດກ້ວາງຄັ້ງທີ 3 (EAMF – 3) ຊຶ່ງຈັດຂຶ້ນໃນວັນທີ 27 ແລະ 28/8 ຢູ່ນະຄອນດານັ້ງ. ໂດຍແມ່ນເສັ້ນທາງທະເລທີ່ສຳຄັນເຊື່ອມຕໍ່ລະຫວ່າງມະຫາສະໝຸດປາຊີຝິກ ແລະ ມະຫາສະໝຸດອິນເດຍ, ທະເລຕາເວັນອອກ ບໍ່ພຽງແຕ່ມີເຮືອ, ກຳປັ່ນແລ່ນໄປມາຢ່າງຫຼວງຫຼາຍເທົ່ານັ້ນ, ຫາກຍັງແມ່ນແຫ່ງໄດ້ຮັບຄວາມສ່ຽງຈາກໄພທຳມະຊາດອີກດ້ວຍ ຊຶ່ງໄດ້ເປັນການນາບຂູ່ຕໍ່ຊີວິດອິນຊີຂອງຊາວປະມົງທີ່ເຄື່ອນໄຫວປະກອບອາຊີບຫາປາຢູ່ທະເລ. ຍ້ອນເຫດນີ້ເອງ, ການຮ່ວມມືໃນຂົງເຂດຊອກຫາ ແລະ ກູ້ໄພກູ້ຊີບໃຫ້ແກ່ມະນຸດ ແລະ ເຮືອກຳປັ່ນຖືກຮັບເຄາະຮ້າຍບົນທະເລ ແມ່ນຖືກຖືວ່າແມ່ນຂົງເຂດຮ່ວມມືທີ່ສຳຄັນທີ່ສຸດ, ປະກອບສ່ວນປັບປຸງສະພາບແວດລ້ອມສັນຕິພາບຢູ່ ທະເລຕາເວັນອອກ. ເວທີປາໄສທະເລ ອາຊຽນ ຄັ້ງທີ 5 (AMF-5) ເວທີປາໄສທະເລ ອາຊຽນ ແລະ ເວທີປາໄສທະເລ ອາຊຽນ ເປີດກ້ວາງປິນີ້ ມີການເຂົ້າຮ່ວມຂອງ10 ປະເທດອາຊຽນ ແລະ 8 ປະເທດຄູ່ຮ່ວມມືລະດັບສູງໃນອາຊີຕາເວັນອອກເຊັ່ນ: ຈີນ, ຍີປຸ່ນ, ສ.ເກົາຫຼີ, ອິນເດຍ, ອົດສະຕາລີ, ນິວຊີແລນ, ລັດເຊຍ ແລະ ອາເມລິກາ. ນັບຕັ້ງແຕ່ໄດ້ຮັບການສ້າງຕັ້ງເມື່ອປີ 2010, ພ້ອມກັບ 11 ກົນໄກກ່ຽວກັບການຮ່ວມມືບົນທະເລໃນອາຊຽນດ້ວຍບັນດາການເຄື່ອນໄຫວຮ່ວມມືລົງເລິກຂະແໜງລະອຽດຜ່ານຂົງເຂດຕ່າງໆນັ້ນ, ເວທີປາໄສທະເລ ອາຊຽນ ຍັງແມ່ນແຫ່ງແລກປ່ຽນບັນຫາຕ່າງໆແນໃສ່ຊ່ວຍບັນດາປະເທດພາຄີສົມທົບກັນຢ່າງດີກວ່າໃນຂົງເຂດຮ່ວມມືບົນທະເລ, ຄືການເຊື່ອມຕໍ່ບັນດາຂົງເຂດການປະມົງ, ຮັບມືກັບໄພທຳມະຊາດ.....ນີ້ຍັງແມ່ນແຫ່ງເພື່ອເປັນທີ່ປຶກສາແກ່ລັດຖະບານກ່ຽວກັບບັນດາມາດຕະການທີ່ອາດເປັນໄປໄດ້ . ເພາະສະນັ້ນ, ບັນດາເວທີປາໄສນີ້ ເຄີຍເລັ່ງໃສ່ດ້ານການຮ່ວມມື, ຫາກບໍ່ພຽງແຕ່ຢຸດຢູ່ໃນບັນຫາຄວາມໝັ້ນຄົງຢູ່ທະເລເທົ່ານັ້ນ.
TAG
vov/vovworld/ເວທີປາໄສ/ທະເລ
Related
More







